ຍົນຕໍາກັນກາງອາກາດໃນຝຣັ່ງເສຍຊີວິດ 4 ຄົນ

  ວັນທີ 11 ຕຸລາທີ່ຜ່ານມາເກີດອຸບັດເຫດຍົນໂດຍສານຂະໜາດນ້ອຍ 2 ລໍາຕຳກັນກາງອາກາດ ແລະຕົກລົງສູ່ພື້ນດິນທັງໝົດສອງລໍາໃນຝຣັ່ງເຮັດໃຫ້ຜູ້ທີ່ຢູ່ໃນຍົນທັງ 2 ລໍາ ເສຍຊີວິດ 4 ຄົນ ແລະອີກ 1 ຄົນ ຕົກລົງຈາກຍົນສູນຫາຍຍັງຊອກຫາບໍ່ພົບ.

 ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ນາເດຍ ເຊກີເຢ ເຈົ້າໜ້າທີ່ລັດຖະບານທ້ອງຖິ່ນເປີດເຜີຍວ່າຍົນຂະໜາດນ້ອຍແບບໄມໂຄຣໄລຂັບຂີ່ດ້ວຍນັກບິນຊາຍອາຍຸ 66 ປີ ແລະຜູ້ໂດຍສານອາຍຸ 50 ປີ ຕຳກັນກາງອາກາດກັບຍົນຂະໜາດນ້ອຍລຸ້ນດີເອ 40 ມີ ຜູ້ຢູ່ໃນຍົນ 3 ຄົນ ເປັນນັກບິນຊາຍ ອາຍຸ 75 ປີ ແລະນັກທ່ອງທ່ຽວ 2 ຄົນອາຍຸ 30 ແລະ 28 ປີ ເທິງທ້ອງຟ້າເມືອງໂລຊ, ຍົນໄມໂຄຣໄລຕົກລົງໃສ່ຮົ້ວເຮືອນຫຼັງໜຶ່ງເຮັດໃຫ້ຜູ້ທີ່ຢູ່ໃນຍົນເສຍຊີວິດທັງສອງຄົນແຕ່ປະຊາຊົນໃນພື້ນທີ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.

   ສ່ວນຍົນດີເອ 40 ຕົກລົງໃນ ເຂດປ່າຫ່າງຈາກຈຸດທີ່ຍົນລໍາທຳອິດຕົກລົງຫຼາຍຮ້ອຍແມັດພົບຜູ້ເສຍຊີວິດຢູ່ໃນຍົນ 2 ຄົນ, ສ່ວນຄົນທີ 3 ຊຶ່ງຜູ້ເຫັນເຫດການລະບຸວ່າ ຕົກລົງຈາກຍົນໃນລະດັບສູງຫຼາຍສິບແມັດກ່ອນຍົນຈະຕໍາກັນແລ້ວຕົກລົງໃສ່ຕົ້ນໄມ້ໃນປ່າແຕ່ຍັງຊອກຫາບໍ່ພົບ.