ວິທະຍາໄລຄູປາກເຊ ໄຂສົກຮຽນໃໝ່

  ວັນທີ 9 ຕຸລາ 2020 ທີ່ ສະໂມສອນວິທະຍາໄລຄູປາກເຊໄດ້ຈັດພິທີໄຂສົກຮຽນໃໝ່ 2020-2021 ໂດຍການເຂົ້າຮ່ວມຂອງ ທ່ານ ບົວໄຂ ສຸພາອອນ ຫົວໜ້າພະ ແນກສຶກສາທິການ ແລະກີລາແຂວງຈຳປາສັກ, ທ່ານ ພອນພູ ວັນໂນ ຜູ້ອຳນວຍການວິທະຍາໄລຄູປາກເຊພ້ອມດ້ວຍຄະນະມີຄະນະສຶກສາສາດມະຫາວິທະຍາໄລຈຳປາສັກ,ວິທະຍາໄລການເງິນພາກໃຕ້, ວິທະຍາໄລສົງ, ໂຮງຮຽນນາຍສິບເລກ 2 ວຽງໄຊ, ນະຄອນປາກເຊ, ຄູ-ອາຈານ ແລະສິດນັກສຶກສາວິທະຍາໄລຄູປາກເຊເຂົ້າ ຮ່ວມ.

  ທ່ານ ພອນ ພູວັນໂນ ໄດ້ສະຫຼຸບຜົນສຳເລັດການພັດທະນາການສຶກສາຄູ 1 ປີ ຜ່ານມາໂດຍສັງເຂບຊຶ່ງໄດ້ຍົກໃຫ້ເຫັນເຖິງໝາກຜົກອັນສຳຄັນໃນການຈັດຕັ້ງປະຕິບັດການສຶກສາໃນວິທະຍາໄລຄູ ປາກເຊ, ນອກນັ້ນໃນງານດັ່ງກ່າວ ຍັງໄດ້ມອບໃບຍ້ອງຍໍຂັ້ນລັດຖະມົນຕີກະຊວງສຶກສາທິການ ແລະກີລາໃຫ້ແກ່ພະນັກງານຄູ-ອາຈານທີ່ມີຜົນງານດີເດັ່ນໃນການປະກອບສ່ວນຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກີລາ ໄລຍະ 5 ປີ (2015-2020) ແລະ ມອບໃບຍ້ອງຍໍຂັ້ນເຈົ້າແຂວງຈຳປາສັກ ແລະຜູ້ອຳນວຍການວິທະຍາໄລຄູປາກເຊແກ່ຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະປະຈຳປີ 2020 ອີກດ້ວຍ.

ໜັງສືພິມເສດຖະກິດ-ສັງຄົມ