ຍອດຜູ້ຕິດເຊື້ອໂຄວິດຢູ່ອິນເດຍຫຼາຍກວ່າ 7 ລ້ານຄົນ

  ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນອິນເດຍເພີ່ມຂຶ້ນຫຼາຍກວ່າ 7 ລ້ານຄົນ ແລ້ວໃນວັນທີ 11 ຕຸລາທີ່ຜ່ານມາກຽມຂຶ້ນເປັນປະເທດທີ່ມີຜູ້ຕິດເຊື້ອໂຄວິດສະສົມແຊງໜ້າອາເມລິກາ.

   ຕາມຂ່າວຕ່າງປະເທດລາຍງານວ່າກະຊວງສາທາລະນະສຸກອິນເດຍລາຍງານວ່າພົບຜູ້ຕິດເຊື້ອລາຍໃໝ່ໃນປະເທດໃນວັນທີ 11 ເດືອນຕຸລາເກືອບ 75 ພັນຄົນ, ເຮັດໃຫ້ຍອດຜູ້ຕິດເຊື້ອທັງໝົດຢູ່ທີ່ 7,5 ລ້ານຄົນ, ເປັນຮອງພຽງອາເມລິກາທີ່ມີຜູ້ຕິດເຊື້ອທັງໝົດຢູ່ທີ່ 7,67 ລ້ານຄົນ, ຜູ້ຊ່ຽວຊານກ່າວວ່າຈໍານວນຜູ້ຕິດເຊື້ອໂຄວິດທີ່ແທ້ຈິງໃນອິນເດຍອາດສູງກວ່າທີ່ລາຍງານເນື່ອງຈາກການກວດຫາເຊື້ອໂຄວິດໃນອິນເດຍທີ່ມີປະຊາກອນ 1.300 ລ້ານຄົນ ຕໍ່າກວ່າໃນຫຼາຍໆປະເທດເຮັດໃຫ້ເຊື່ອວ່າຈຳ ນວນຜູ້ຕິດເຊື້ອໂຄວິດ-19 ຈະສູງກວ່າຕົວເລກທີ່ເປັນທາງການຫຼາຍເທົ່າ,ສຳລັບຈຳນວນຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ-19 ຢູ່ອິນເດຍນັບຈົນເຖິງວັນທີ 11 ຕຸລາຢູ່ທີ່ 108.334 ຄົນຕໍ່າກວ່າຕົວເລກຜູ້ເສຍຊີວິດໃນອາເມລິກາ ແລະ ອີກຫຼາຍປະເທດທີ່ພົບຜູ້ຕິດເຊື້ອຈຳນວນຫຼາຍສ່ວນໃນອາເມລິກາມີຜູ້ເສຍຊີວິດຍ້ອນໂຄວິດຈຳ ນວນ 214.000 ຄົນ, ໃນຂະນະທີ່ບຣາຊິນຊຶ່ງມີຜູ້ຕິດເຊື້ອໂຄວິດນ້ອຍກວ່າອິນເດຍ 2 ລ້ານຄົນ, ແຕ່ມີຜູ້ເສຍຊີວິດສູງເຖິງ 150.000 ຄົນ, ຊຶ່ງປັດໄຈທີ່ເປັນໄປໄດ້ຄືການທີ່ອິນເດຍມີປະຊາກອນທີ່ມີອາຍຸຂ້ອນຂ້າງນ້ອຍ, ມີພູມຄຸ້ມກັນ ແລະການລາຍງານຕົວເລກຕໍ່າກວ່າຄວາມເປັນຈິງ.

ຂະນະທີ່ລັດຖະບານອິນເດຍເດີນໜ້າຫຼຸດຜ່ອນມາດຕະການຂໍ້ຈຳກັດຕ່າງໆ ກໍເພື່ອຊຸກຍູ້ໃຫ້ເສດຖະກິດເດີນໜ້າຫຼັງຈາກໄດ້ຮັບຜົນກະທົບຈາກການປິດເມືອງທີ່ເຂັ້ມງວດໃນເດືອນມີນາທີ່ຜ່ານມາ.