ສຳເລັດການແຂ່ງຂັນກີລາບານສົ່ງຍິງ-ຊາຍ

   ການແຂ່ງຂັນກີລາບານສົ່ງຍິງ-ຊາຍ ເພື່ອຂໍ່ານັບຮັບຕ້ອນວັນຄູແຫ່ງຊາດຄົບຮອບ 26 ປີ, (ວັນທີ 7 ຕຸລາ 1994 ຫາ 7 ຕຸລາ 2020) ຊີງຂັນຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 28 ກັນຍາ 2020 ໄດ້ສໍາເລັດຢ່າງເປັນທາງການໃນຕອນແລງຂອງວັນທີ 5 ຕຸລາ 2020 ເປັນກຽດເຂົ້າຮ່ວມຂອງທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງໄຊຍະບູລີ, ມີຄະນະນັກກີລາ, ຄູຝຶກພ້ອມດ້ວຍນັກກີລາເຂົ້າຮ່ວມ.

  ການແຂ່ງຂັນກີລາບານສົ່ງຍິງ-ຊາຍ ເພື່ອຂໍ່ານັບຮັບຕ້ອນວັນຄູແຫ່ງຊາດຄົບຮອບ 26 ປີໃນຄັ້ງນີ້ມີທັງໝົດ 11 ທີມ, ທີມຍິງ 5 ທີມ ທີ່ມາຈາກ 8 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີຕະຫຼອດໄລຍະການແຂ່ງຂັນກີລາແມ່ນເຫັນໄດ້ຄວາມສາມັກຄີມິດຕະພາບ ແລະມີບັນຍາກາດເບີກບານມ່ວນຊື່ນຟົດຟື້ນຜ່ານການແຂ່ງຂັນປະເພດບານສົ່ງຍິງທີ 1 ໄດ້ແກ່ ທີມຈັດຕັ້ງ+ກວດກາ+ວິຊາການ, ທີ 2 ທີມບໍລິຫານ+ກີລາ+ມສ ສົງ, ທີ 3 ທີມ ໂຮງ ຮຽນ ມສ ຊົນເຜົ່າ, ທີ 4 ທີມໂຮງຮຽນ ມສ ໄຊຍະບູລີປະ ເພດບານສົ່ງຊາຍທີ 1 ໄດ້ແກ່ທີມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ທີ 2 ທີມບໍລິຫານ+ກີລາ, ທີ 3 ທີມໂຮງຮຽນ ມສ ຊົນ ເຜົ່າ ແລະທີ 4 ທີມ ໂຮງຮຽນ ມສ ໄຊຍະບູລີ; ສໍາລັບຂອງຂວັນລາງວັນອັນດັບທີ 1 ແມ່ນຂັນ 1 ໜ່ວຍພ້ອມເງິນສົດ 5 ແສນກີບ, ທີ 2 ໄດ້ຮັບເງິນສົດ 4 ແສນກີບ, ທີ 3 ໄດ້ຮັບເງິນສົດ 3 ແສນກີບ ແລະທີ 4 ໄດ້ຮັບເງິນສົດ 2 ແສນກີບ ໃຫ້ກຽດຂຶ້ນມອບຂອງຂວັນລາງວັນຂອງທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ.

---------------

ຂຽນໂດຍ: ນາລີ ແພງວິໄລ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ