ຊຽວຈ້ານ ຄວ້າອັນດັບ 1 ຜູ້ຊາຍທີ່ຫຸ່ນດີທີ່ສຸດໃນໂລກປີ 2020

  ເວັບໄຊ Starmometer ໄດ້ປະກາດຜົນການຈັດ 100 ອັນດັບ ຜູ້ຊາຍທີ່ຫຸ່ນດີທີ່ສຸດໃນໂລກປະ ຈຳປີ 2020 ໂດຍປີນີ້ ຊຽວຈ້ານນັກສະ ແດງຄົນຈີນເຈົ້າຂອງບົດບາດ ເວ່ຍອິງຈາກຊີຣີດັງແຫ່ງປີ ເລື່ອງປະລິມາຈານຈາກລັດທິມານ ແລະສະມາຊິກວົງ X NINE ຊຶ່ງສະຕູດີໂອຂອງລາວຫາກໍປ່ອຍຮູບພາບໃນໂອກາດສະຫຼອງວັນເກີດຈົນຂຶ້ນເປັນອັນດັບ 1 ໃນໂລກອອນລາຍ ແລະກໍຄວ້າອັນດັບ 1 ໃນການຈັດອັນດັບໃນຄັ້ງນີ້ໄປຄອງດ້ວຍຄະແນນ 1.185.342 ຄະແນນ.

  ອັນດັບ 2 ເປັນຂອງໜຸ່ມຊູກ້າ ແຣັບເປີຄົນ ສ.ເກົາຫຼີສະມາຊິກວົງ  BTS ໄດ້ຄະແນນ 1.087.709 ຄະແນນ, ອັນດັບ 3 ເປັນຂອງຫວັງອີ້ປໍ ອີກໜຶ່ງນັກສະແດງນໍາຈາກເລື່ອງປະລິມາຈານລັດທິມາໃນບົດຫຼານຈ້ານ ແລະນັກຮ້ອງວົງ UNIQ ໂດຍໄດ້ຮັບຄະແນນ 347.410 ຄະແນນ, ອັນດັບ 4 ແມ່ນແມ໊ກ ທັນພົນ ດິລກົນວິທິດຈາກລະຄອນເລື່ອງ Together With Me ໄດ້ຮັບຄະແນນ 314.921 ຄະແນນ, ອັນດັບ 5 ຮະຢອນບິນນັກສະແດງ ສ.ເກົາ ຫຼີ ໄດ້ຄະແນນ 244.333 ຄະແນນ, ອັນດັບ 6 ມີວ-ສຸກສິດຈົງຊີວິວັດຈາກຊີຣີເລື່ອງ Tharn Type The Series ໄດ້ຄະແນນ 188.998 ຄະແນນ, ອັນດັບ 7 ແຈ໊ກສັນຫວັງນັກຮ້ອງໜຸ່ມສະມາຊິກວົງເຄປ໊ອບຊື່ດັງ GOT7 ຄົນຮົງກົງ ໄດ້ຄະແນນ 139.659 ຄະແນນ, ອັນດັບ 8 ມາກຕວນນັກຮ້ອງໜຸ່ມສະມາຊິກວົງ GOT7 ໄດ້ຄະແນນ 89.762 ຄະແນນ, ອັນດັບ 9 ລູຄັສ ຫວ່ອງລູກເຄິ່ງໄທ-ຮົງກົງສະມາຊິກວົງ Super M,WayV ໄດ້ຄະແນນ 84.331 ຄະແນນ ແລະອັນດັບ 10 ມາດລີ ໜຸ່ມລູກເຄິ່ງ ສ.ເກົາຫຼີ-ການາດາສະມາຊິກວົງ Super M ໄດ້ຄະແນນ 76.321 ຄະແນນ.

----

ຮຽບຮຽງໂດຍ: ແກ້ວ