ສັບພະຄຸນທາງຢາຂອງຂ່ານ້ອຍ

   ຂ່ານ້ອຍ ເປັນພືດທີ່ມີການນຳໃຊ້ຢ່າງກວ້າງຂວາງ ແລະນຳໃຊ້ໃນຊີວິດປະຈຳວັນເຊັ່ນ: ຫົວຂອງມັນແມ່ນເປັນເຄື່ອງເທດຍອດນິຍົມສຳລັບຄົນລາວເຮົາກໍ່ວ່າໄດ້ບໍ່ວ່າຈະເປັນແກງ, ເອາະ, ແຈ່ວ, ຕົ້ມຍໍາ ແລະອື່ນໆ, ລ້ວນແລ້ວແຕ່ມັກໃສ່ຫົວຂ່າທັງນັ້ນ, ຄົນລາວເຮົາມັກເອົາມາແກງ, ລວກ ແລະຊຸບປົນກັບໜໍ່ໄມ້ ຫຼືຜັກຊະນິດອື່ນ, ນອກ ຈາກໜໍ່ແລ້ວກໍ່ຍັງມີຊໍ່ດອກອ່ອນກໍ່ນຳມາປຸງແຕ່ງເປັນອາຫານເຊັ່ນດຽວກັນ, ຊໍ່ດອກອ່ອນນີ້ຍັງມີການນຳມາລວກ ແລະປີ້ງຕໍ່າແຈ່ວໃສ່ກັບກົບ ຫຼື ປາກໍ່ແຊບຫຼາຍເຊັ່ນດຽວກັນ.

   ນອກຈາກນັ້ນແລ້ວທາງດ້ານການຢາສະໝຸນໄພແລ້ວເພີ່ນໄດ້ນຳເອົາຫົວຂ່າມາບົດໃຫ້ມູ່ນໆແລ້ວປະສົມກັບເຫຼົ້າ 90% ໃຊ້ເປັນຢ່າທາຂີ້ກາກຂີ້ກ້ຽນ,ນອກນັ້ນຍັງເປັນຢາຊ່ວຍໃນການບໍາລຸງຮ່າງກາຍ ແລະຊ່ວຍໃນການໝູນວຽນຂອງເລືອດໄດ້ດີ. 

 ----

ຮຽບຮຽງໂດຍ: ຟ້າ