ໂຮງຮຽນປະຖົມບ້ານຄຳທອງ ໄດ້ຮັບອາຄານຮຽນຫຼັງໃໝ່

 ວັນທີ 9 ຕຸລາ 2020 ນີ້ ໂຮງຮຽນປະຖົມບ້ານຄຳທອງ ເມືອງ ແລະແຂວງສາລະວັນໄດ້ຈັດພິທີມອບ-ຮັບອາຄານຮຽນໂຮງຮຽນປະຖົມບ້ານຄຳທອງເມືອງ ແລະແຂວງສາລະວັນເປັນກຽດເຂົ້າຮ່ວມຂອງທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ, ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ, ທ່ານ ຈູຈືກັງ ປະທານສະມາຄົມສະພາການຄ້າແຂວງຫູໜານ ສປ ຈີນ, ມີບັນດາ ທ່ານຫົວໜ້າພະແນກການ, ຫ້ອງ ການອ້ອມຂ້າງເມືອງ, ອຳນາດ ການປົກຄອງບ້ານ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

  ທ່ານ ສຸລິວັນ ພັນທະວົງຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໃຫ້ຮູ້ວ່າ: ໃນເມື່ອກ່ອນມີອາຄານຮຽນ 1 ຫຼັງ 1 ຫ້ອງ ເປັນອາຄານຊັ້ນດຽວໂຄງສ້າງປະກອບດ້ວຍໄມ້, ມຸງສັງກະສີເນື່ອງຈາກສ້າງມາໄດ້ຫຼາຍປີແລ້ວຈຶ່ງເຮັດໃຫ້ສະພາບຊຸດໂຊມເປ່ເພອໍານາດການປົກ ຄອງບ້ານພ້ອມດ້ວຍຄູ-ອາຈານຈຶ່ງໄດ້ສະເໜີການນຳຂັ້ນເມືອງ ແລະຂັ້ນແຂວງເພື່ອຂໍທຶນມາຊ່ວຍເຫຼືອໃນການກໍ່ສ້າງອາຄານຮຽນປະຖົມບ້ານຄຳທອງ, ໃນການກໍ່ສ້າງແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນວັນທີ 23 ພຶດສະ ພາ 2020 ມີຂະໜາດ 9x24 ແມັດເປັນອາຄານຊັ້ນດຽວທີ່ຖາວອນປະກອບມີ 1 ຫຼັງ 3 ຫ້ອງຮຽນ, ພ້ອມເຄື່ອງເຟີນີເຈີໂຕະຕັ້ງນັກຮຽນ 60 ຊຸດ, ໂຕະຄູ 3 ຊຸດ, ໂຄງຫຼັງຄາເຮັດດ້ວຍເຫຼັກ, ມຸງດ້ວຍ ສັງກະສີ, ຝາກໍ່ດ້ວຍດິນຈີ່ພ້ອມໂຍກ ແລະທາສີ, ໂດຍການຊ່ວຍເຫຼືອຂອງສະມາຄົມສະພາການຄ້າ ແຂວງຫູໜານນອກນັ້ນຍັງໄດ້ສ້າງນໍ້າບາດານ 1 ບໍ່, ພ້ອມຍົກແທ່ງນໍ້າ 1 ແທ່ງໃນນັ້ນອໍານາດການປົກຄອງຊຸມຊົນກໍ່ໄດ້ປະກອບສ່ວນແຮງງານໃນການຂົນສົ່ງວັດສະດຸຈຳນວນໜຶ່ງທີ່ບໍ່ສາມາດນຳເຂົ້າພາກສະໜາມໃຫ້ນາຍຊ່າງມາຮອດວັນທີ 25 ກັນຍາ 2020 ແມ່ນການກໍ່ສ້າງໄດ້ສຳເລັດ 100% ນອກນັ້ນຍັງໄດ້ມອບປຶ້ມຂຽນ, ບິກ, ກະເປົາ, ບານເຕະ, ບານສົ່ງ, ກະຕໍ້ຫວາຍ, ຕານ່າງບານສົ່ງ, ຕານ່າງກະຕໍ້ ແລະຕານ່າງບານເຕະຈາກຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະສະມາຄົມສະພາການຄ້າແຂວງຫູໜານ ສປ ຈີນຕື່ມອີກ.

  ສໍາລັບບ້ານຄຳທອງ ປະກອບ ມີ 24 ຫຼັງຄາເຮືອນ, ມີ 33 ຄອບຄົວ ມີພົນລະເມືອງທັງໝົດ 154 ຄົນ, ຍິງ 75 ຄົນ, ປະຊາຊົນສ່ວນຫຼາຍແມ່ນມີອາຊີບເຮັດນາເປັນຕົ້ນຕໍ ແລະ ປູກຝັງລ້ຽງສັດເປັນສຳຮອງອັດຕາເຂົ້າຮຽນໃໝ່ສຸດທີ 100%, ຈໍານວນນັກຮຽນຊັ້ນປະຖົມທັງໝົດ 14 ຄົນ ຍິງ 4 ຄົນ, ໂຮງຮຽນປະຖົມບ້ານຄໍາທອງມີຄູສອນ 1 ຄົນ, ເດັກໃນເກນອາຍຸ 3-5 ປີ ມີ 10 ຄົນ, ເດັກໃນເກນອາຍຸ 6-10 ປີ ມີ 18 ຄົນ ຍິງ 7 ຄົນ.