ໂຮງຮຽນປະຖົມສົມບູນ ປາກຮາວເໜືອ ສະຫຼອງວັນຄູ

ວັນທີ 9 ຕຸລາ 2020 ທີ່ ໂຮງຮຽນປະຖົມສົມບູນປາກຮາວເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 26 ປີ ໂດຍການເປັນປະທານຂອງທ່ານ ຫຸ່ມແພງ ພວງວັນຄຳ ຮັກສາການອຳນວຍການໂຮງຮຽນປະຖົມສົມບູນປາກຮາວເໜືອ,ມີອະດີດຄະນະອຳນວຍການ,ໂຮງຮຽນມູນທີ່ຂຶ້ນກັບພ້ອມດ້ວຍຄູ-ອາຈານ, ແຂກຖືກເຊີນ ແລະນ້ອງນັກຮຽນເຂົ້າຮ່ວມ.

  ທ່ານ ຫຸ່ມແພງ ພວງວັນຄຳ ຮັກສາການຜູ້ອຳນວຍການໂຮງ ຮຽນໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ວ່າ: ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະມີປະສົບການຊຶ່ງຄູສາມາດນຳເອົາຄວາມຮູ້ນັ້ນໄປຖ່າຍທອດໃຫ້ກັບຜູ້ອື່ນໆ ຫຼື ເອີ້ນວ່າການສອນ-ການຮຽນ ແລະການສຶກສາໃນປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງເທົ່ານັ້ນຄື: ວຽງຈັນ ແລະຫຼວງພະບາງ ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍໃນຈຳນວນດັ່ງກ່າວໄດ້ມີຄົນລາວ ຊື່ທ້າວ ຄຳໄດ້ຮຽນຈົບຊັ້ນ (ປ 6) ໃນປີ 1907 ທ້າວ ຄໍາ ໄດ້ເລີ່ມຕົ້ນເຂົ້າຮ່ວມຮັບການຝຶກອົບຮົມຄູ,ຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການຈັດອົບຮົມຄູພາຍຫຼັງທີ່ໄດ້ມີການອົບຮົມສຳ ເລັດມາເຖິງວັນທີ 7 ຕຸລາ 1907 ທ້າວ ຄຳ ຈຶ່ງໄດ້ເປັນຄູສອນ ແລະ ຍ້ອນມີນໍ້າໃຈຮັກຊາດຂອງນາຍຄູຄຳເພິ່ນຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມນຳພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະເພື່ອລະນຶກເຖິງຜົນງານຄຸນງາມຄວາມດີຂອງຄູມາຮອດວັນທີ 7 ຕຸລາ1994 ທາງກະຊວງສຶກສາທິການ ແລະກີລາ ຈຶ່ງໄດ້ກໍານົດເອົາວັນທີ 7 ຕຸລາເປັນວັນຄູແຫ່ງຊາດຊຶ່ງກົງກັບວັນເຂົ້າຮັບລາດສະການຂອງນາຍຄູຄໍາຊຶ່ງປີນີ້ແມ່ນຄົບຮອບ 26 ປີພໍດີ.

 ສຳລັບຜົນງານການເຄື່ອນວຽກງານການຮຽນ-ການສອນຂອງໂຮງຮຽນໃນໄລຍະຜ່ານມາຄະນະນຳ, ຄູ-ອາຈານແມ່ນໄດ້ເອົາໃຈໃສ່ປະຕິບັດຕາມ 3 ລັກສະນະ, 5 ຫຼັກມູນຂອງການສຶກສາທີ່ກະຊວງສຶກສາທິການ ແລະກີລາໄດ້ວາງອອກເປັນຕົ້ນແມ່ນໄດ້ສຸມໃສ່ວຽກງານພັດທະນາຮູບແບບການຮຽນ-ການສອນ, ສຶກສາອົບຮົມທາງດ້ານວຽກງານການເມືອງແນວຄິດ, ນຳພານັກຮຽນສ້າງຂະບວນອອກແຮງງານ, ແຂ່ງຂັນສິລະປະ ແລະກີລາກາຍະກຳຢ່າງເປັນປົກກະຕິ, ນອກນັ້ນໃນງານຍັງໄດ້ມີພິທີມອບໃບຍ້ອງຍໍຂອງສູນກາງສະຫະພັນກຳມະບານລາວຈຳນວນ 10 ໃບໃຫ້ຄູ-ອາຈານ ທີ່ມີຜົນງານໃນການເຄື່ອນໄຫວວຽກງານກຳມະບານລາວ ແລະ ມອບຂອງຂວັນໃຫ້ຄູ-ອາຈານທີ່ອອກພັກພອນຮັບເບ້ຍບຳນານຕື່ມອີກ.