ສມປຊ ເປີດສົກຮຽນໃໝ່

  ວັນທີ 6 ຕຸລາ 2020 ສະຖາບັນການເມືອງ-ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີເປີດສົກຮຽນໃໝ່ປະສົກຮຽນ 2020-2021 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 26 ປີ 7 ຕຸລາ 1994-7 ຕຸລາ 2020 ຂຶ້ນໂດຍການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ສມປຊ, ມີບັນດາທ່ານໃນຄະ ນະບໍລິຫານງານພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ, ເເຂກຖືກເຊີນ, ບັນດາພະນັກງານຄູ-ອາຈານໃນທົ່ວສະຖາບັນ ແລະນັກສຶກສາທຸກຮຸ່ນ, ທຸກລະບົບໃນທົ່ວປະເທດເຂົ້າຮ່ວມ.

  ການຮຽນ-ການສອນໃນສົກຮຽນ 2020-2021 ແມ່ນໄດ້ເລີ່ມມາແຕ່ວັນທີ 21 ກັນຍາ 2020 ປະກອບມີ 5 ລະບົບຮຽນຄື: ລະບົບຊັ້ນສູງເລັ່ງລັດ 5 ເດືອນມີ 2 ຮຸ່ນ, ລະບົບອະນຸປະລິນຍາ 2 ປີມີ 2 ຮຸ່ນ, ລະບົບປະລິນຍາຕີມີ 4 ປີ ມີ 3 ຮຸ່ນ, ລະບົບປະລິນຍາຕີຕໍ່ເນື່ອງ 1 ປີ 6 ເດືອນ ມີ 2 ຮຸ່ນ ແລະລະບົບປະລິນຍາໂທມີ 2 ຮຸ່ນສັງລວມແລ້ວໃນສົກຮຽນ 2020-2021 ມີຈຳນວນນັກສຶກສາທັງໝົດ 759 ຄົນ,ຍິງ 191 ຄົນ, ໃນໂອກາດເປີດສົກຮຽນໃໝ່ 2020- 2021 ສະຖາບັນການເມືອງ-ການປົກຄອງແຫ່ງຊາດຍັງໄດ້ສືບຕໍ່ສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 26 ປີ (7 ຕຸລາ 1994-7 ຕຸລາ 2020)ເພື່ອໃຫ້ນັກສຶກສາ ແລະຄູ-ອາຈານໄດ້ມີຄວາມສຳນຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມທີ່ໄດ້ກາຍເປັນພຶດຕິກຳໃນຕົວຈິງຊຶ່ງມວນມະນຸດໄດ້ດຳເນີນການພັດທະນາຕົນເອງໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດ ຢັ້ງອັນໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີການປ່ຽນກ້າວສູ່ລະບອບສັງຄົມນິຍົມເທື່ອລະກ້າວຊຶ່ງໃນຂະບວນວິວັດພັດທະນາການດັ່ງກ່າວຄູໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້ພ້ອມນີ້ໃນພິທີຍັງມີການມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານທີ່ມີຜົນງານປະກອບສ່ວນເຂົ້າໃນການສອນດີສອນເກັ່ງນຳອີກໃນນີ້ເດັ່ນປະເພດໜຶ່ງ 41 ທ່ານ, ປະເພດ 2 ມີ 8 ທ່ານ.

  ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ສມປຊ ກໍ່ໄດ້ມີຄຳເຫັນໂອ້ລົມຊີ້ນຳໃຫ້ຄູ-ອາຈານໃຫ້ຍົກສູງວຽກງານການພັດທະນາການສຶກສາກໍຄືການພັດທະນາຫຼັກສູດການຮຽນ-ການສອນໃຫ້ມີພາລະບົດບາດອັນໂດດເດັ່ນກ້າວໜ້າທຽບເທົ່າກັບບັນດາຄະນະອ້ອມຂ້າງຊີ້ນຳ-ນຳພາ ແລະ ເອົາໃຈໃສ່ໃນການສິດສອນ, ຖ່າຍທອດບົດຮຽນ, ສຶກສາອົບຮົມບົ່ມສອນນັກສຶກສາໃຫ້ກາຍເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແລະສ້າງຊື່ສຽງມາໃຫ້ແກ່ປະເທດຊາດໃຫ້ດີກວ່າຂຶ້ນເກົ່າ.

---------

ຂຽນໂດຍ: ມາລາທິບ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ