ຄຸນປະໂຫຍດຂອງຫວ້ານຫອມ

  ຫວ້ານຫອມເປັນພືດທີ່ມີຫົວໃຕ້ດິນເປັນຂໍ້ໆ, ທີ່ສົມອາຫານ, ລຳຕົ້ນສັ້ນໆ, ມີໃບ 2 ໃບ/ຕົ້ນ, ໃບລຽງສະລັບແຜ່ນຢູ່ເໜືອດິນຫົວ ແລະໃບຈະມີກີ່ນຫອມ, ສ່ວນຫຼາຍແມ່ນມັກເອົາມາຕົ້ມໃສ່ກັບໄກ່ໃຫ້ແມ່ຢູ່ກຳກິນເພື່ອບຳລຸງເລືອດ,ແຕ່ກໍ່ຍັງມີປະໂຫຍດຫຼາຍຢ່າງເຊັ່ນ: ໃບອ່ອນສາມາດກິນໄດ້ ແລະນຳເອົາໃບມາຕໍ່າໃຫ້ມູ່ນແລ້ວເອົາມາທາພະຍາດຂີ້ກ້ຽນຕາມຜີວໜັງສາມາດຮັກສາໄດ້.

   ດອກຂອງມັນຈະມີລັກສະນະອ່ອນນຸ່ມອວບນໍ້າສາມາດຄັ້ນເອົານໍ້າຈາກດອກໃສ່ຕາເວລາຄັດເຄືອງຕາ ຫຼືຂີ້ຝຸ່ນ ແລະຂີ້ເຫຍື່ອເຂົ້າຕາໃຫ້ອອກໄດ້, ຕົ້ນ, ແກ້ທ້ອງອືດ, ທ້ອງເຟີ້, ຫົວໃຊ້ຂັບເລືອດ ແລະຝີໜອງຕົກໃນ, ແກ້ລົມຜິດ, ແກ້ຜື່ນຄັນ, ແກ້ໄອ, ແກ້ບາດແຜ, ຫົວ ແລະໃບໃຊ້ໃນການປຸງແຕ່ງອາຫານໄດ້, ວີທີການໃຊ້: ເອົາທັງຕົ້ນສົດ 10-15 ກຣາມຫັ່ນເປັນຕ່ອນນ້ອຍໆ ຫົວສົດໃຊ້ ½ ຂອງໜຶ່ງກຳມື, ຕົ້ມກັບນໍ້າ 1 ຈອກ, ດື່ມ 1-2 ຄັ້ງຕໍ່ວັນ.

-----------

ຮຽບຮຽງໂດຍ: ຟ້າ, ໜັງສືພິມເສດຖະກິດ-ສັງຄົມ