ນັກລົງທຶນພາກັນຊື້ຮຸ້ນບໍລິສັດ ວົງບີທີເອສ

  ບິກ ຣິດ ເອນເທີເທນເມນ ບໍລິສັດຕົ້ນສັງກັດວົງບອຍແບນ ສ.ເກົາຫຼີບີທີເອສ ທີ່ສ້າງຊື່ສຽງລະດັບໂລກດ້ວຍການນໍາເພງຕິດອັນດັບ 1 ຂອງບິລບອດໃນອາເມລິກາປະສົບຄວາມສຳເລັດເກີນຄາດໃນການນໍາບໍລິສັດເຂົ້າສູ່ຕະຫຼາດຫຼັກຊັບ.

  ບິກ ຮິດ ເອນເທີເທນເມນເປີດໃຫ້ນັກລົງທຶນທັງໆທີ່ເປັນນັກລົງທຶນສະຖາບັນ ແລະນັກລົງທຶນລາຍຍ່ອຍຮ່ວມລົງທຶນໃນບໍລິສັດດ້ວຍການສະເໜີຂາຍຮຸ້ນຄັ້ງທຳອິດ (ໄອພີໂອ) ໃຫ້ກັບນັກລົງທຶນລາຍຍ່ອຍໃນວັນທີ 5 ແລະ6 ເດືອນຕຸລາທີ່ຜ່ານມາຈຳນວນ 7,1 ລ້ານຮຸ້ນໃນລາຄາຮຸ້ນລະ 135.000 ວອນຄາດວ່າຈະລະດົມທຶນໄດ້ເຖິງ 4.100 ລ້ານໂດລາສະຫະລັດໂດຍມີຮຸ້ນພຽງ 20% ນໍາມາສະເໜີຂາຍໃຫ້ກັບນັກລົງ ທຶນລາຍຍ່ອຍ, ຢ່າງໃດກໍຕາມໃນໄລຍະ 2 ວັນດັ່ງກ່າວນັກລົງທຶນລາຍຍ່ອຍທົ່ວ ສ.ເກົາຫຼີພາກັບຈອງຮຸ້ນບີທີເອສຫຼາຍເຖິງ 58,4 ພັນຕື້ ວອນ (50,2 ຕື້ໂດລາສະຫະລັດ) ສູງກວ່າຈຳນວນຮຸ້ນທີ່ສະເໜີຂາຍທັງໝົດເຖິງ 607 ເທົ່າ, ເຮັດໃຫ້ທ່ານ ບັງຊີ ຮະຢອກປະທານຂອງບໍລິ ສັດໄອພີໂອ ທີ່ຖືຮຸ້ນຢູ່ 43% ກາຍເປັນເສດຖີດ້ວຍມູນຄ່າຮຸ້ນ 1,4 ຕື້ໂດລາ ສ່ວນສະມາຊິກວົງບີທີເອສທັງ 7 ຄົນ ໄດ້ຮັບຄົນລະ 68.385 ຮຸ້ນຈະຮັ່ງມີຂຶ້ນທັນທີຄົນລະ 8 ລ້ານໂດລາ.

----

ຮຽບຮຽງໂດຍ: ແກ້ວ