10 ບ້ານ ເມືອງອາດສະພອນ ນຳໃຊ້ເຄື່ອງມືຫຼຸດຜ່ອນ ແຮງງານແມ່ຍິງ

ວັນທີ 6 ຕຸລາຜ່ານມາ ທີ່ວັດບ້ານໂພນຕູມ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອຸປະກອນເຄື່ອງມືຫຼຸດຜ່ອນແຮງງານແມ່ຍິງເພື່ອໂພຊະນາການ ແລະສຸຂະພາບທີ່ດີໂດຍການເຂົ້າຮ່ວມພິທີຂອງທ່ານ ນາງ ພອນທະວີ ລາດບໍວອນ ຮອງເຈົ້າເມືອງອາດສະພອນ, ທ່ານ ນາງ ອິນປອນ ພອນວິໄລ ປະທານສະຫະ ພັນແມ່ຍິງເມືອງ, ທ່ານ ນາງ ສຸກສະຫວັນ ພະສະຫວັດ ຫົວໜ້າໂຄງການອາຫານປະຈຳແຂວງສະຫວັນນະເຂດ,ຕາງໜ້າອົງການຊີວີຕັດ, ຕາງໜ້າໂຄງການອາຫານປະຈຳເມືອງພ້ອມທັງການຈັດຕັ້ງ ແລະພໍ່ແມ່ປະຊາຊົນບ້ານໂພນຕູມທຸກຄົວເຮືອນເຂົ້າຮ່ວມ.

  ໂອກາດນີ້, ທາງຄະນະວິຊາການຈາກອົງການຊີວີຕັດກໍ່ໄດ້ສາທິດ ແລະອະທິບາຍຂັ້ນຕອນ, ລະບຽບວິທີການນຳໃຊ້ເຕົາໄຟໄວໃຊ້ສຳລັບແຕ່ງຢູ່ຄົວກິນໃນຄົວເຮືອນໃຫ້ກັບພໍ່ແມ່ປະຊາຊົນຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະເຂົ້າໃຈຢ່າງລະອຽດ, ເຕົາໄວໄຟດັ່ງກ່າວເປັນເຕົາທີ່ເຮັດດ້ວຍໂລຫະສະແຕນເລດມີນໍ້າໜັກເບົາເຄື່ອນຍ້າຍພົກພາໄປມາສະດວກສະບາຍດັງດ້ວຍໄມ້ຟືນແຫ້ງ ແລະໃຊ້ຟືນປະຢັດ, ມີຄວັນໄຟບໍ່ຫຼາຍ, ສົ່ງຄວາມຮ້ອນໄວ ແລະໃຊ້ແຮງງານໜ້ອຍທັງນີ້ກໍ່ເພື່ອຫຼຸດຜ່ອນໃນການໃຊ້ແຮງງານຂອງແມ່ຍິງຜູ້ເປັນແມ່ເຮືອນຜູ້ຮັບຜິດຊອບວຽກແຕ່ງຢູ່ຄົວກິນໃນຄອບຄົວໃຫ້ເຮັດວຽກເບົາລົງພ້ອມທັງການຫຼຸດຜ່ອນທາງດ້ານການແຜ່ກະຈາຍຂອງອາຍຄວັນໄຟໃນເວລາດັງໄຟທີ່ມີຜົນກະທົບຕໍ່ລະບົບນິເວດໃນພື້ນທີ່ຢູ່ອາໄສ ແລະ ບັນຍາກາດຕື່ມອີກ,ຊຶ່ງຈຳນວນເຕົາໄຟໄວທີ່ໂຄງການອາຫານປະຈຳແຂວງ ແລະ ຄູ່ຮ່ວມງານນຳມາມອບໃນຄັ້ງນີ້ໃຫ້ກັບບ້ານໂພນຕູມແມ່ນໄດ້ຄົວເຮືອນລະ 1 ໜ່ວຍມີ 109 ຄົວເຮືອນ, ມີ 109 ໜ່ວຍ ແລະຈະສືບຕໍ່ມອບ-ຮັບຕື່ມອີກຈຳນວນ 9 ບ້ານ ທີ່ຍັງເຫຼືອຕາມແຜນງານຄື: ບ້ານບຶງ, ໂພນແພງ, ໂພນງາມ, ໂພນນາດີ, ກະທິງໃຫຍ່, ຜັກກະດາ,ກົກແດງ,ດອນກອງ ແລະບ້ານດອນກະພຸງລວມທັງໝົດ 10 ບ້ານ, ມີ 1620 ຄົວເຮືອນ, ເທົ່າກັບ 1.620 ໜ່ວຍ, ລວມມູນຄ່າທັງໝົດ 648 ລ້ານກີບ.

__________

ຂ່າວ: ສະຫວັນ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ