ປັບປຸງສຸຂະພາບແມ່ ແລະເດັກໃນຊຸມຊົນຢູ່ເມືອງໄຊບົວທອງ

  ພິທີລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄຳມ່ວນກັບອົງການໄອຊັບປະຈຳ ສປປ ລາວ ໃນໂຄງການປັບປຸງສຸຂະພາບແມ່ ແລະເດັກໃນຊຸມຊົນໄລຍະ 2 ຢູ່ ເມືອງໄຊບົວທອງ ແຂວງຄຳມ່ວນ (ໂດຍການສະໜັບສະໜູນທຶນຈາກໂຮງໝໍເຊັນແມຣີ ແລະອົງການໄຈກາປະເທດຍີ່ປຸ່ນ) ຊຶ່ງໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2020  ີ່ແຂວງຄຳມ່ວນ.

  ເຂົ້າຮ່ວມໃນພິທີມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ໂດຍມີການເຂົ້າຮ່ວມກອງປະຊຸມທາງໄກຈາກບັນດາຜູ້ໃຫ້ທຶນ, ຫົວໜ້າອົງການໄອຊັບປະ ຈຳໂຕກຽວ, ຫົວໜ້າອົງການໄອຊັບປະຈຳ ສປປ ລາວ ແລະມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ, ການນຳຂັ້ນເມືອງໄຊບົວທອງຕະຫຼອດເຖິງພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

 ອົງການໄອຊັບໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານກິດຈະກຳການຮ່ວມມືສາກົນຂອງໂຮງໝໍເຊັນແມຣີປະເທດຍີ່ປຸ່ນເປັນອົງການທີ່ບໍ່ສະແຫວງຫາຜົນກຳໄລເພື່ອປະກອບສ່ວນໃນການປັບປຸງສຸຂະພາບໃນຊຸມຊົນໂດຍເນັ້ນໃສ່ການມີສ່ວນຮ່ວມຂອງຊຸມຊົນ. ສະເພາະຢູ່ເມືອງໄຊບົວທອງໂດຍໄດ້ຮ່ວມມືກັບຫ້ອງການສາທາລະນະສຸກເມືອງດຳ ເນີນໂຄງການປັບປຸງສຸຂະພາບແມ່ ແລະ ເດັກໃນຊຸມຊົນແຕ່ເດືອນເມສາ 2016 ຫາເດືອນມີນາ 2020 ຊຶ່ງໄດ້ຄັດເລືອກເອົາ 3 ບ້ານເພື່ອເຄື່ອນໄຫວກິດຈະກຳຄື: ບ້ານຜາໂຄ້ງ, ປ່າກ້ວຍທົ່ງແລະປ່າກ້ວຍດົງຜ່ານການຈັດຕັ້ງປະຕິບັດເຮັດໃຫ້ອັດຕາສ່ວນການສັກຢາກັນພະຍາດຂອງປະຊາຊົນໃນບ້ານເປົ້າໝາຍສູງຂຶ້ນ, ການເກີດລູກຢູ່ສະຖານທີ່ບໍລິການແລະອັດຕາຝາກທ້ອງ 4ຄັ້ງຂຶ້ນໄປເພີ່ມຂຶ້ນຊຶ່ງເປັນການສົ່ງເສີມໃຫ້ປະຊາຊົນໄດ້ຫັນປ່ຽນພຶດຕິກຳກ່ຽວກັບການໃຊ້ບໍລິການທາງດ້ານສາທາລະນະສຸກ.

  ສຳລັບການສືບຕໍ່ໂຄງການໄລຍະ 2 ແມ່ນມີກຳນົດເວລາ 3 ປີ ເລີ່ມແຕ່ວັນທີ 1 ຕຸລາ 2020 ຫາ ວັນທີ 30 ກັນຍາ 2023 ລວມມູນ ຄ່າຂອງໂຄງການ 3 ແສນໂດລາ ໂດຍແມ່ນໂຮງໝໍເຊັນແມຣີໃຫ້ການສະໜັບສະໜູນຈຳນວນ 2,4 ແສນໂດລາ ແລະອົງການໄຈກາ 60 ພັນໂດລາ ໂດຍຈະເລັ່ງໃສ່ການປະກອບສ່ວນເຂົ້າໃນວຽກ ງານການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະເດັກໃນຊຸມຊົນປັບປຸງສະຖານະດ້ານສຸຂະພາບແມ່ ແລະເດັກທີ່ມີອາຍຸລຸ່ມ 5 ປີໃນເຂດເປົ້າໝາຍ 5 ບ້ານຂອງໂຄງ ການຄື: ບ້ານນານ້ອຍ, ນານົກ, ຊອກທາງ, ກະແສ ແລະບ້ານນາຄອງພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຫ້ອງການສາທາລະນະສຸກເມືອງໂຮງໝໍຊຸມ ຊົນ, ໂຮງໝໍນ້ອຍໃນການບໍລິການສຸຂະພາບແມ່ແລະເດັກດ້ວຍການຝຶກອົບຮົມເສີມສ້າງຄວາມຮູ້ທາງດ້ານວິຊາການ, ການໄປທັດສະນະສຶກສາທັງພາຍໃນ ແລະ ຕ່າງປະເທດ, ພັດທະນາຊຸມຊົນ, ສ້າງຄວາມເຂັ້ມແຂງໃນການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນລວມເຖິງການສະໜັບສະໜູນການຈັດຕັ້ງປະຕິບັດກິດຈະກຳແພດເຄື່ອນທີ່ຢູ່ເຂດເປົ້າໝາຍເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບໄດ້ຢ່າງທົ່ວເຖິງ.

  ຕາງໜ້າລົງນາມໃນບົດບັນທຶກດັ່ງກ່າວໂດຍທ່ານ ດຣ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນ ແລະທ່ານ ທະກະອະກິ ອິຊຶຊິກະຫົວ ໜ້າອົງການໄອຊັບປະຈຳ ສປປ ລາວ.

______

ຂ່າວກອງຄຳ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ