ເກີດເຫດໄຟໄໝ້ເຮືອນປະຊາຊົນບ້ານດອນ

 ວັນທີ 6 ຕຸລາຜ່ານມາ ບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ, ໄດ້ເກີດອັກຄີໄພໄໝ້ເຮືອນປະຊາຊົນຈຳນວນ 1 ຫຼັງ ຕາມການລາຍງານຂອງທ່ານນາຍບ້ານໆດອນໄດ້ໃຫ້ຮູ້ວ່າໃນເວລາ 9 ໂມງເຊົ້າຂອງວັນທີ 6 ຕຸລາ 2020 ໄຟໄໝ້ເຮືອນໄມ້ມຸງກະເບື້ອງຜາແອ້ມດ້ວຍໄມ້ເປັນເຮືອນຂອງພໍ່ເຖົ້າໂສມ ອາຍຸ 80 ປີ ເຫດການດັ່ງກ່າວແມ່ນໄຟໄໝ້ໝົດທັງຫຼັງບວກກັບມີກະແສລົມພັດແຮງຈຶ່ງເຮັດໃຫ້ການມອດໄຟຂອງປະຊາຊົນເປັນໄປໂດຍຄວາມລຳບາກ, ສ່ວນເຄື່ອງຂອງທີ່ສາມາດນຳອອກມາໄດ້ພຽງແຕ່ລົດຈັກ 1 ຄັນ ກາຍນັ້ນແມ່ນບໍ່ສາມາດນຳອອກມາໄດ້ ແລະບໍ່ມີຜູ້ເສຍຊີວິດ ແລະຮັບບາດເຈັບແຕ່ຢ່າງໃດ, ຕໍ່ເຫດການດັ່ງກ່າວຍັງບໍ່ຮູ້ລາຍລະອຽດວ່າເກີດຍ້ອນຫຍັງແມ່ນຍັງຢູ່ໃນຂັ້ນຕອນການກວດສອບຂອງພາກສ່ວນທີ່ກ່ຽວຂ້ອງ.

   ມາຮອດເວລາ 11:15 ນາທີ ທາງການນໍາຂັ້ນເມືອງກໍ່ໄດ້ລົງກວດກາຕົວຈິງ ແລະໃຫ້ຄວາມອົບອຸ່ນຕໍ່ຄອບຄົວຜູ້ເສຍຫາຍນຳພາໂດຍທ່ານ ບຸນມີ ທານຸວົງ ຮອງເລຂາພັກເມືອງຊີ້ນຳວຽກງານແນວຄິດ, ກໍ່ສ້າງພັກ-ພະນັກງານ ພ້ອມຄະນະໄດ້ລົງກວດກາຜົນເສຍຫາຍຕົວຈິງ ແລະ ໄດ້ໂອ້ລົມກັບທ່ານນາຍບ້ານເຖິງທີ່ໄປທີ່ມາຂອງເຫດ ການດັ່ງກ່າວທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍນຳຜູ້ປະສົບໄພໃນການດຳເນີນການດຳລົງຊີວິດໃນຕໍ່ໜ້າຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນໃຫ້ການຊ່ວຍ ເຫຼືອຄອບຄົວດັ່ງກ່າວຕາມຄວາມເໝາະສົມ.