ໂຄງການພັດທະນາເຂດໃໝ່ວັງວຽງ ຈະພຽບພ້ອມສິ່ງອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ

   ຜ່ານການສຶກສາຄວາມເປັນໄປໄດ້ຂອງບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວ ຈຳກັດ ມາເປັນເວລາ 2 ປີກວ່າ ໄດ້ມີຄວາມຄືບໜ້າເປັນຢ່າງດີໂດຍໄດ້ສຳເລັດ 3 ໜ້າວຽກສຳຄັນຄື: ຜົນການສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ; ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະສັງຄົມ; ການສຳຫລວດທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ. ປັດຈຸບັນ, ບໍລິສັດໄດ້ສືບຕໍ່ເຂົ້າສູ່ຂັ້ນຕອນການເຈລະຈາສັນຍາສຳປະທານ ແລະກະກຽມວຽກງານກໍ່ສ້າງໂຄງການຊຶ່ງມີການປະສານສົມທົບແໜ້ນ ກັບລັດຖະບານ ແລະອຳນາດການປົກຄອງເພື່ອໃຫ້ໂຄງການນີ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

 

  ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວ ຈຳກັດ ເປີດເຜີຍຕໍ່ນັກຂ່າວສານປະເທດລາວໃນວັນທີ 8 ຕຸລາ 2020 ນີ້ວ່າ: ໂຄງການຕັ້ງຢູ່ເບື້ອງຕາເວັນຕົກຂອງສາຍນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ, ກວມເນື້ອທີ່ປະມານ 7.000 ເຮັກຕາ, ຊຶ່ງໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ, ກຳນົດ 29 ປີ ໃນມູນຄ່າທັງໝົດ 5,3 ຕື້ໂດລາສະຫະລັດ ປະກອບດ້ວຍພື້ນຖານໂຄງລ່າງທີ່ແໜ້ນໜາ, ຖະໜົນຫົນທາງທີ່ມີມາດຕະຖານ, ຂົວຂ້າມນໍ້າຊອງ 4 ແຫ່ງ, ມີແຫລ່ງທ່ອງ ທ່ຽວທຳມະຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ແລະວັດວາອາຮາມທີ່ເປັນເອກະລັກ. ນອກນີ້, ຍັງຈະມີຂະແໜງທຸລະກິດທີ່ຫລາກຫລາຍທີ່ມີລັກສະນະປະສົມປະສານແບບທັນສະໄໝ; ປະກອບສ່ວນເຮັດໃຫ້ເມືອງວັງວຽງກາຍເປັນເມືອງແຫ່ງການທ່ອງທ່ຽວທີ່ມີຊື່ສຽງຂອງລາວກາຍເປັນສວນຫລັງບ້ານຂອງນະ ຄອນຫລວງວຽງຈັນ, ກາຍເປັນເມືອງພັກຜ່ອນຢ່ອນໃຈຂອງສາກົນ ແລະກາຍເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະຂອງລາວນຳດ້ວຍ. ສິ່ງສຳຄັນໂຄງການນີ້, ຈະພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃນອະນາຄົດ.

   ໂຄງການພັດທະນາເຂດໃໝ່ວັງວຽງຈະເຮັດໃຫ້ປະຊາຊົນໃນເຂດໂຄງການກໍຄືຊາວເມືອງວັງວຽງໄດ້ຮັບຜົນປະໂຫຍດຫລາຍຢ່າງເນື່ອງຈາກການກໍ່ສ້າງພັດທະນານັ້ນ ໄດ້ຮັກສາຄວາມສວຍສົດງົດງາມຂອງເມືອງວັງວຽງເອົາໄວ້, ສ້າງເປັນເມືອງທຳມະຊາດທີ່ເຮັດໃຫ້ນັກທ່ອງທ່ຽວຈາກທຸກມູມໂລກມັກວັງວຽງ, ຢາກມາພັກ, ບໍ່ຢາກເມືອ ແລະຍັງຢາກມາອີກ. ເສີມຂະຫຍາຍກິດຈະການທ່ອງທ່ຽວທີ່ມີຢູ່ແລ້ວ, ສ້າງສູນກາງການແລກປ່ຽນພຸດທະສາສະໜາ, ສວນສະໜຸກ, ຮ້ານຄ້າປອດພາສີ, ລົດໄຟຟ້າເພື່ອການທ່ອງທ່ຽວ, ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຢູ່ວັງວຽງໃຫ້ຫລາຍຂື້ນ, ສ້າງໃຫ້ວັງວຽງກາຍເປັນເມືອງສະຫວັນແຫ່ງການໃຊ້ຈ່າຍເພື່ອພັກຜ່ອນ. ປັບປຸງຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນ ແລະປັບປຸງເຂດບ້ານໃຫ້ມີຄວາມສວຍງາມ, ມີການຮັກສາສິ່ງແວດລ້ອມທີ່ດີບົນພື້ນຖານທີ່ວ່າ “ບໍ່ມີການຍົກຍ້າຍບ້ານບໍ່ມີການຍົກຍ້າຍປະຊາຊົນ”. ສາມາດຊຸກຍູ້ເສດຖະກິດຂອງເມືອງວັງວຽງໃຫ້ພັດທະນາໄປໄວ, ສາມາດສ້າງອາຊີບທາງກົງໃຫ້ແກ່ປະຊາຊົນໃນເຂດທ້ອງຖິ່ນປະມານ 27.800 ຕຳແໜ່ງງານ,ຊຸກຍູ້ໃຫ້ຂະແໜງການອື່ນຂະຫຍາຍຕົວໄວ,ເຮັດໃຫ້ປະຊາຊົນ ແລະທຸກຂະແໜງການທຸລະກິດໄດ້ຮັບຜົນປະໂຫຍດໄປນຳກັນ.ເສີມຂະຫຍາຍ ແລະດຶງດູດການລົງທຶນ, ເພີ່ມຄວາມສາມາດດ້ານການບໍລິການໃຫ້ເມືອງວັງວຽງ, ເພີ່ມຊື່ສຽງຂອງເມືອງວັງວຽງໃຫ້ແກ່ສາກົນ.

   ຄຽງຄູ່ກັບການທີ່ກຳລັງຈະເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໃນຕໍ່ໜ້າຈະມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເມືອງວັງວຽງປະມານ 9 ລ້ານເທື່ອຄົນຕໍ່ປີເພື່ອພັກຜ່ອນກັບທຳມະຊາດທີ່ສວຍງາມ, ຊຶ່ງຈຳເປັນຕ້ອງມີສິ່ງອຳນວຍຄວາມສະດວກຕ່າງໆເພື່ອຮອງຮັບເຊັ່ນ: ໂຮງແຮມ, ສະຖານທີ່ພັກຜ່ອນຕ່າງໆເພື່ອເຮັດໃຫ້ແຂກມາຫລິ້ນມາທ່ຽວດ້ວຍຄວາມມ່ວນຊື່ນ,ມາພັກຜ່ອນຢ່າງສະບາຍໃຈ ແລະມາກິນຢ່າງມີຄວາມສຸກ. ດັ່ງນັ້ນ, ໂຄງການພັດທະນາເຂດໃໝ່ວັງວຽງຈຶ່ງຈຳເປັນທີ່ຕ້ອງມີການດຳເນີນໂດຍໄວ,ຊຶ່ງມີຄວາມຕ້ອງການໃຫ້ພາກສ່ວນລັດຖະບານສະໜັບສະໜູນ ແລະ ຊ່ວຍ ເຫລືອຕາມຄວາມເໝາະສົມ.

-----------------

ຂ່າວ-ພາບ: ຣາຊະວົງສ໌ ຂປລ.

#ຫນັງສືພິມເສດຖະກິດສັງຄົມ