ເຮືອນາງຫຼາວທອງ ເປັນເຈົ້າທ່າບ້ານຫົວຫາດ

  ວັນທີ 9-12 ຕຸລາ 2020 ທີ່ທ່ານໍ້າແຄມຂອງບ້ານຫົວຫາດທີ່ຂຶ້ນກັບກຸ່ມບ້ານພັດທະນາທີ 2 ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດງານບຸນຊ່ວງເຮືອປະຈໍາປີໂດຍການເປັນປະທານໃນພິທີຂອງທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງພ້ອມດ້ວຍຄະນະນຳຂອງເມືອງ,ມີບັນດາຄະນະນຳເຮືອຊ່ວງ,ນັກທຸລະກິດ ແລະພໍ່ຄ້າຊາວຂາຍເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

  ໃນພິທີທ່ານ ພົມມາ ສົງວິໄລ ປະທານແນວລາວສ້າງຊາດເມືອງໄດ້ກ່າວວ່າ: ເຖິງວ່າສະພາບການລະບາດຂອງພະຍາດ COVID-19 ແຜ່ລາມຫຼາຍປະເທດໃນໂລກ, ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນທາງດ້ານວັດທະນະທຳອັນດີງາມຂອງຊາດ,ບ້ານຫົວຫາດເຂດກຸ່ມບ້ານພັດທະນາທີ 2 ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ, ກໍ່ໄດ້ຈັດງານບຸນຊ່ວງເຮືອອອກພັນສາຂຶ້ນຕາມຮີດຄອງປະເພນີທີ່ເຄີຍສຶບທອດປະຕິບັດກັນມາແຕ່ດົນນານແຕ່ສຳລັບປີນີ້ແມ່ນບໍ່ໄດ້ຈັດໃຫຍ່ຄືກັບປີຜ່ານມາທັງນີ້ກໍ່ເພື່ອເປັນການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທໍາເພື່ອເປັນການກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວທັງເປັນການຮັດແໜ້ນຄວາມສາມັກຂອງປະຊາ ຊົນຊາວແຂວງສະຫວັນນະເຂດເວົ້າລວມ, ເວົ້າສະເພາະກໍ່ຄືປະຊາຊົນຊາວເມືອງໄຊພູທອງຊຶ່ງມີເຮືອພາຍໃນເມືອງໄຊພູທອງ, ເມືອງອ້ອມຂ້າງ ແລະຕ່າງແຂວງເຂົ້າຮ່ວມເຊັ່ນວ່າ: ນະຄອນໄກສອນ ພົມວິຫານ, ຈາກນີ້ກໍ່ຍັງມີເຮືອທີ່ມາຈາກແຂວງນະຄອນຫຼວງວຽງຈັນ.

   ຜ່ານການແຂ່ງຂັນເຮືອຊ່ວງປະເພດເຮືອນ້ອຍ (ຊາຍ) 9-12 ສີພາຍຊະນະເລີດໄດ້ແກ່ເຮືອນາງຫຼາວທອງ ເມືອງໄຊພູທອງໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ, ໃຫ້ກຽດມອບໂດຍທ່ານ ພັທ ສັງວານ ວົງວິໄລປະທານກຳມາທິການຍຸຕິທໍາ ແລະປກຊ-ປກສ ສະມາຊິກສະພາປະຊາຊົນແຂວງ, ອັນດັບທີ 2 ເຮືອເກັດມະນີນໍາໂຊກໄດ້ຮັບຂັນລາງວັນ 1 ໜ່ວຍພ້ອມເງິນສົດ 2 ລ້ານກີບ, ໃຫ້ກຽດມອບຂອງທ່ານ ພົມມາ ສົງວິໄລ ປະທານແນວລາວສ້າງຊາດເມືອງ, ອັນດັບທີ 3 ໄດ້ແກ່ເຮືອນ້ອງທັບທີມໄດ້ຮັບຂັນ 1 ໜ່ວຍລາງວັນເງິນສົດ 1 ລ້ານກີບໃຫ້ກຽດມອບຂອງທ່ານ ເກີດມີ ຈັນທິລາດຫົວໜ້າຄະນະຈັດຕັ້ງເມືອງ, ອັນດັບທີ 4 ເຮືອແກ້ວຟ້າມີໄຊໄດ້ຮັບຂັນລາງວັນ 1 ໜ່ວຍລາງວັນເງິນສົດ 8 ແສນກີບ, ສ່ວນເຮືອຊະນະເລີດສາຍ (ຂ) ໄດ້ແກ່ເຮືອປະພັດສອນໄດ້ຮັບລາງວັນເງິນສົດ 5 ແສນກີບ ແລະ ຮອງຊະນະ ເລີດໄດ້ແກ່ເຮືອຫຼ້ານ້ອຍຟາມໄດ້ຮັບລາງວັນເງິນສົດ 3 ແສນກີບ, ສ່ວນເຮືອລູກຊາຍຫຼ້າ ແລະເຮືອທັດສະພົນໄດ້ຮັບເງິນລາງວັນ 2 ແສນກີບ.