ເຊກອງກໍານົດ 8 ວຽກ ແຜນປ້ອງກັນໂຄວິດ-19

 ໃນວັນທີ 13 ຕຸລາ 2020 ທີ່ພະແນກສາທາລະນະສຸກແຂວງໄດ້ຈັດກອງປະຊຸມຕີລາຄາການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ດຣ. ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ 4 ຕົວເມືອງເຂົ້າ ຮ່ວມ.

   ທ່ານ ດຣ. ພູຂັນ ຈັນທະວົງຮອງຫົວໜ້າພະແນກສາທາລະນະສຸກແຂວງໄດ້ລາຍງານການເຄື່ອນໄຫວວຽກງານຂອງຄະນະສະເພາະຂັ້ນແຂວງກໍຄືບັນດາຂະແໜງການຂັ້ນແຂວງໃນເດືອນກັນຍາຜ່ານມາ, ພ້ອມທັງກໍານົດແຜນເຄື່ອນໄຫວໃນເດືອນຕຸລາໂດຍລວມມີ 8 ໜ້າວຽກຄື: 1). ແມ່ນສືບຕໍ່ຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1049 ລົງວັນທີ 30 ກັນຍາ 2020, 2). ຕິດຕາມເຝົ້າລະວັງ, ຮັບລາຍງານຈາກ 4 ຕົວເມືອງໂດຍສະເພາະແມ່ນກຸ່ມສ່ຽງຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19,3) ເກັບຕົວຢ່າງພາຍໃນ 24-48 ຊົ່ວໂມງຂອງຜູ້ທີ່ມີຄວາມສ່ຽງໃຫ້ມີຄວາມວ່ອງ ໄວລະຫວ່າງເມືອງ-ແຂວງ.

   ໜ້າວຽກທີ 4 ຕິດຕາມ ແລະສັງລວມຂໍ້ມູນຄົນຕ່າງປະເທດ, ຂໍ້ມູນຄວາມຄືບໜ້າການລະບາດຂອງພະຍາດໂຄວິດ-19, 5) ເຮັດໂຄສະນາສຸຂະສຶກສາໃຫ້ຮູ້ວິທີປ້ອງ ກັນ ແລະຮູ້ຜົນຮ້າຍຂອງພະຍາດໂຄວິດ-19 ຢ່າງທົ່ວເຖິງໂດຍສະເພາະເຂດຊາຍແດນເມືອງກະລຶມ ແລະເມືອງດາກຈຶງ. 6) ປະຕິບັດມາດຕະການຄວບຄຸມໃຫ້ເຂັ້ມງວດ ແລະເຄັ່ງຄັດຕາມ ສູນກັກກັນ. 7) ກະກຽມແຜນຮອງຮັບການນໍາເຂົ້າແຮງງານ, ກໍາມະກອນຂອງບໍລິສັດເພື່ອດໍາເນີນການຕາມຂັ້ນຕອນ ແລະ 8) ແມ່ນກຽມແຜນຮັບ-ສົ່ງນັກສຶກສາຈາກ ສສ ຫວຽດນາມ ເຂົ້າມາແຂວງເຊກອງ ແລະຈາກແຂວງເຊກອງໄປ ສສ ຫວຽດນາມ.

  ໃນກອງປະຊຸມຄັ້ງນີ້ຍັງຜ່ານແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ແຈ້ງການຂອງຫ້ອງວ່າການແຂວງ, ຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ແລະກອງເລຂາຂັ້ນແຂວງ, ການປະກອບຄໍາຄິດຄໍາເຫັນຂອງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ແລະ ຕອນທ້າຍກໍໄດ້ຮັບຟັງການມີຄໍາເຫັນຊີ້ນໍາຂອງທ່ານຮອງເຈົ້າແຂວງທັງນີ້ກໍເພື່ອເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນເດືອນຕຸລາມີປະສິດທິຜົນດີຂຶ້ນ ແລະບໍ່ໃຫ້ພະຍາດດັ່ງກ່າວເກີດຂຶ້ນຢູ່ແຂວງເຊກອງພວກເຮົາ.

_________

ຂ່າວ: ສັນຍາ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ