ໂພນໄຊ ປະຖະກະຖາ 2 ວັນປະຫວັດສາດ

   ວັນທີ 13 ຕຸລາ 2020 ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດພິທີປະຖະກະຖາ 2 ວັນປະຫັວດສາດຄື: ວັນປະກາດເອກະລາດຄົບຮອບ 75 ປີ (12 ຕຸລາ 1945 ຫາ 12 ຕຸລາ 2020) ແລະລະນຶກວັນສາກົນ ແລະສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 33 ປີ (17 ຕຸລາ 1987-17 ຕຸລາ 2020)ໃຫ້ກຽດເຜີຍແຜ່ລະນຶກວັນສາກົນ ແລະສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 33 ປີຂອງທ່ານ ຄໍາກ້ຽງ ຈົ່ງຮົ່ວຖໍ່ ຮອງເລຂາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງໂພນໄຊ, ເປັນຕົ້ນແມ່ນວັນທີ 17 ຕຸລາ 1987 ມີມວນຊົນນັບແສນຄົນທີ່ມາຈາກທົ່ວໂລກ, ໄດ້ຊຸມນຸມຢູ່ທີ່ສະໜາມຕະໂຣກາເດໂຣທີ່ນະຄອນຫຼວງປາຣີປະເທດຝຣັ່ງ,ຜູ້ຊຸມນຸມໄດ້ຢືນຢັນຢ່າງເດັ່ນດ່ຽວວ່າ,ຄວາມທຸກຍາກບໍ່ແມ່ນສີ່ງທີ່ລຶບລ້າງໃຫ້ໝົດໄປບໍ່ໄດ້,ຊຶ່ງໄດ້ສະແດງຄວາມສາມັກຄີເປັນປຶກແຜ່ນກັບທຸກຄົນ,ທີ່ລຸກຂຶ້ນຕໍ່ສູ້ໃນທົ່ວໂລກ, ເພື່ອລຶບລ້າງຄວາມທຸກຍາກ, ບ່ອນໃດທີ່ປະຊາຊົນຍັງດໍາລົງຊີວິດຈົມເລີກຢູ່ໃນຄວາມທຸກຍາກຢູ່ນັ້ນ, ສິດທິຂອງຄວາມເປັນມະນຸດແມ່ນຍັງບໍ່ທັນໄດ້ຮັບປະກັນເທື່ອ,ໜ້າທີ່ອັນສັກກະລະຂອງພວກເຮົາ, ແມ່ນສາມັກຄີກັນເຂົ້າເພື່ອເຮັດໃຫ້ສິດທິດັ່ງກ່າວໄດ້ຮັບການເຄົາລົບ ແລະໄດ້ຮັບຮອງເອົາວັນ 17 ຕຸລາຂອງທຸກໆປີໃຫ້ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ.

   ຕອນທ້າຍ ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ, ໄດ້ເຜີຍແຜ່ເອກະສານວັນປະກາດເອກະລາດຄົບຮອບ 75 ປີ, ໄດ້ຍົກໃຫ້ເຫັນການຕໍ່ສູ້ກູ້ຊາດ, ຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນເຮົາ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຂອງພວກເຮົາ, ການປະກາດເອກະລາດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ກໍຄືຮັບຮູ້ອະທິປະໄຕຂອງຊາດລາວ, ເຂດນໍ້າແດນດິນຂອງປະເທດລາວ, ຍ້ອນແນວນັ້ນຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ, ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈຍອມຕາຍດີກວ່າເປັນຂ້ອຍຂ້າ,ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ,ຈາກນັ້ນມານໍ້າໃຈວັນທີ່ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ,ພາຍໃຕ້ການນໍາພາຂອງພັກ, ສາມາດປົດປ່ອຍໄດ້ຢ່າງສົມ ບູນ ແລະໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ ປີ 1975, ຢ່າງສະຫງ່າຜ່າເຜີຍ.

 ໂດຍເຂົ້າຮ່ວມຮັບຟັງມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ ແລະຮອງຫົວໜ້າຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ອົງການທຽບເທົ່າ, ຫົວ ໜ້າ ແລະຮອງຫົວໜ້າໜ່ວຍງານ, ພະນັກງານລັດຖະກອນ, ນາຍ ແລະພົນທະຫານ, ນາຍແລະພົນຕໍາຫຼວດ ແລະພະນັກງານອາວຸໂສບໍານານເຂົ້າຮ່ວມ.

 ---------------

 #ຫນັງສືພິມເສດຖະກິດສັງຄົມ