ສະຫະພັນແມ່ຍິງແຂວງໄຊຍະປະຊຸມຄົບຄະນະ

  ກອງປະຊຸມວິສາມັນຄົບຄະນະບໍລິຫານງານສະຫະພັນແມ່ຍິງສະໄໝທີ VII ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2020 ທີ່ຫ້ອງປະຊຸມສະຫະພັນແມ່ຍິງ ແຂວງ,ໂດຍການເປັນປະທານຂອງທ່ານ ນາງ ຄໍາຜິວ ພັນທະວົງ ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະບໍລິຫານງານສະຫະພັນແມ່ຍິງ 11 ເມືອງ ແລະອ້ອມຂ້າງພະແນກການຂອງແຂວງເຂົ້າຮ່ວມ.

 ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງຜ່ານຂໍ້ຕົກລົງສສຍລວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ສະໄໝທີ VII, ຂໍ້ຕົກລົງ ສຍຂ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີສະໄໝທີ VII, ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວເປີດກວ້າງຄັ້ງທີ 6 ສະໄໝທີ VII ແລະຜ່ານບົດສະຫຼຸບ 3 ເດືອນ 7-8-9, ທິດທາງ ແຜນການ 3 ເດືອນທ້າຍປີ.

  ທົ່ວແຂວງມີພົນລະເມືອງທັງໝົດ 406.850 ຄົນ, ມີແມ່ຍິງທັງໝົດ 201.291 ຄົນ, ອາຍຸ 15 ປີຂຶ້ນໄປມີ 92.204 ຄົນ, ເປັນສະມາຊິກແມ່ຍິງລາວຈໍານວນ 65.528 ຄົນ, ມີໜ່ວຍສະຫະພັນແມ່ຍິງ 535 ໜ່ວຍ,ບ້ານ 190 ໜ່ວຍ, ມີຮາກຖານອ້ອມຂ້າງເມືອງ 76 ຮາກ ຖານ ແລະບ້ານ 244 ຮາກຖານ, 1 ພະແນກສະຫະພັນແມ່ຍິງ ປກສ,ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຄັ້ງທີ VII,ຜ່ານມາຄະນະສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຈັດຕັ້ງເຜີຍແຜ່ຂໍ້ແຂ່ງ ຂັນ 3 ດີ, ມີຜູ້ເຂົ້າຮ່ວມທັງໝົດ 87.790 ເທື່ອຄົນ, ຍິງ 85.666 ຄົນ, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 61.551 ເທື່ອຄົນ, ຜ່ານການປະເມີນຂໍ້ແຂ່ງຂັນ 3 ດີສາມາດເລືອກໄດ້ສະມາຊິກ 3 ດີປະເພດ I ມີ 57.280 ຄົນ, ສະມາຊິກ 3 ດີປະເພດ II ມີ 4.181 ຄົນ, ຮາກຖານ 3 ດີມີ 323 ຮາກຖານ, ໜ່ວຍສະຫະພັນແມ່ຍິງ 3 ດີມີ 501 ໜ່ວຍ ແລະບ້ານ 3 ດີມີ 413 ບ້ານ.