ບໍລິຄຳໄຊ-ຄຳມ່ວນ ແລກປ່ຽນບົດຮຽນວຽກອະນຸສາວະລີ

  ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນດ້ານວຽກງານອະນຸສາວະລີລະຫວ່າງ ແຂວງບໍລິຄຳໄຊ ແລະແຂວງຄຳມ່ວນໄດ້ຈັດຂຶ້ນວັນທີ 14 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍທ່ານ ແກ້ວອຸດອນ ໄຊປະເສີດ ຫົວໜ້າຄະນະຮັບຜິດຊອບອະນຸສາວະລີ ແຂວງບໍລິຄຳໄຊ ແລະຝ່າຍແຂວງຄຳມ່ວນນຳໂດຍທ່ານ ນາງ ວົງພະຈັນ ສີບຸນເຮືອງ ຫົວໜ້າຄະນະຮັບຜິດຊອບອະນຸສາວະລີແຂວງຄຳມ່ວນມີຄະນະຮັບຜິດຊອບອະນຸສາວະລີຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນຄັ້ງນີ້ຄະນະວິຊາການຂອງທັງ 2 ຝ່າຍ ໄດ້ຍົກເອົາບັນຫາວຽກງານທີ່ປິ່ນອ້ອມມາປຶກສາຫາລືຮ່ວມກັນເປັນຕົ້ນແມ່ນດ້ານການກະກຽມພິທີການໃນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ການສ້າງຂະບວນການ, ການຈັດພິທີວາງກະຕ່າດອກໄມ້, ການຄຸ້ມຄອງ-ບໍລິຫານ, ການບູລະນະສ້ອມ ແປງ,ສົ່ງເສີມພາລະບົດບາດ,ການປົກປັກຮັກສາສະຖານທີ່ອະນຸສາວະລີ,ອະນຸສອນ ແລະຮູບຫຼໍ່ຂອງທ່ານຜູ້ນຳ,ພາລະບົດບາດຂອງຫ້ອງການຄະນະຮັບຜິດຊອບອະນຸສາ ວະລີແຂວງ, ເມືອງທີ່ມີອະນຸສາວະລີຕັ້ງຢູ່.

  ຈາກນັ້ນກອງປະຊຸມຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນເພື່ອຈະໄດ້ພົບປະແລກປ່ຽນບົດຮຽນພ້ອມແຮກສ່ຽວຮ່ວມມືນຳກັນລະຫວ່າງສອງແຂວງບໍລິຄຳໄຊ-ຄຳມ່ວນເປັນຕົ້ນແມ່ນທາງດ້ານວິຊາການ, ດ້ານຂໍ້ມູນຂ່າວສານ ແລະຈັດກອງປະຊຸມຕ່າງໆຮ່ວມກັນໂດຍຊ້ອງໜ້າຂອງທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.