ເລີ່ມຕົ້ນຍາມໜາວນໍ້າກັດຢໍລະປາ ຫຼຸດຄ່າທີ່ພັກ 50%

  ຖືເປັນຂ່າວດີສຳລັບນັກທ່ອງທ່ຽວແຫຼ່ງທ່ອງທ່ຽວນໍ້າກັດຢໍລະປາເປັນແຫຼ່ງທ່ອງທ່ຽວທີ່ມີຄວາມອຸດົມສົມບູນແບບທຳມະຊາດແລະສົ່ງເສີມປະຊາຊົນບໍລິເວນຊຶ່ງໃນໄລຍະປາຍຝົນຕົ້ນໜາວເປັນອີກລະດູການທີ່ສວຍງາມທີ່ສຸດຂອງນໍ້າກັດຢໍລະປາຂະນະລາຄາທີ່ພັກອາຫານ ແລະ ່າບໍລິການກິດຈະກຳຕ່າງໆ ໃນໄລຍະນີ້ຫຼາຍກິດຈະກໍາຫຼຸດລົງກວ່າປົກກະຕິຫຼາຍສົມຄວນ.

  ທ່ານ ສີຈັນ ເດືອນດວງດີ ຫົວໜ້າພະແນກກິດຈະກໍານໍາທ່ຽວນໍ້າກັດຢໍລະປາ ໃຫ້ຮູ້ວ່າ: ເພື່ອສົ່ງເສີມລາວທ່ຽວລາວໃຫ້ມີບັນຍາກາດຟົດຟື້ນກວ່າເກົ່າໃນໄລຍະປາຍຝົນຕົ້ນໜາວນີ້ສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາມີສ່ວນຫຼຸດຄ່າທີ່ ພັກ 50% ນອກຈາກນີ້ຄ່າບໍລິການກິດຈະກໍາຕ່າງໆ ມີຫຼຸດລົງເຊັ່ນດຽວກັນໂດຍອີງຕາມຈຳນວນນັກທ່ອງທ່ຽວທີ່ໃຊ້ບໍລິການໃນແຕ່ລະກິດຈະກໍາປະຈຸບັນເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວນໍ້າກັດຢໍລະປາຫຼຸດລົງຫຼາຍ ແລະສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດ.

   ນໍ້າກັດຢໍລະປາ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງແຫ່ງໜຶ່ງຂອງລາວຕັ້ງຢູ່ຫ່າງ                                                               ຈາກເທສະບານເມືອງໄຊ ແຂວງອຸດົມໄຊ ປະມານ 17 ກິໂລແມັດ, ສະຖານທີ່ທ່ອງທ່ຽວດັ່ງກ່າວມີບໍລິການຫຼາກຫຼາຍກິດຈະກຳເປັນຕົ້ນ: ຂີ່ລົດຊົມປ່າ, ຍ່າງປ່າ, ໄຕ່ຂົວອູ່, ຊົມນໍ້າຕົກ, ຂີ່ລົດຊົມປ່າ, ຢ່າງປ່າ, ຊົມຕົ່ນໄມ້ໃຫຍ, ຂີ່ລົດເອທີວີ, ໄຕ່ຂົວໂຕວີ ແລະຊົມວິວພູໂຕະຫີນ, ປີນຕາໜ່າງແມງມູມ, ຂີ່ສະລີງດື່ມກາເຟ, ໄຕ່ຂົວໂຕວີ, ໄຕ່ຫາໜ້າຜາ, ຂີ່ຕາໜ່າງລອຍເທິງສາຍນໍ້າກັດ, ຂີ່ສະລີງ 3 ເສັ້ນ.

  ນອກຈາກນີ້ຍັງມີອີກຫຼາກຫຼາຍກິດຈະກໍາ ຊຶ່ງລວມທັງໝົດຫຼາຍກວ່າ 50 ກິດຈະກຳໃຫ້ສຳຜັດໄປພ້ອມໆກັບທໍາມະຊາດທີ່ສົດຊື່ນຈາກປ່າໄມ້ທີ່ອຸດົມສົມບູນ ແລະສາຍ ນໍ້າກັດທີ່ໄຫຼເຢັນຕະຫຼອດປີ.