ລັດກຽມປັບປຸງກົນໄກຕິດຕາມ ແລະກວດກາ ໜີບກົ່ວ-ແກະກົ່ວຕູ້ສິນຄ້າ ຫຼີກບັນຫາຍໍ້ທໍ້ສົ່ງອອກ

  ເພື່ອຄວາມເປັນເອກະພາບກ່ຽວກັບກົນໄກໃນການກວດກາ ແລະຕິດຕາມການສົ່ງອອກຜະລິດຕະພັນໄມ້ ແລະຜະລິດຕະພັນແຮ່ທາດເປັນຕົ້ນການແຕ່ງຕັ້ງຄະນະກໍາ ມະການກວດກາເອົາຜະລິດຕະພັນໄມ້ຂື້ນລົດ, ການໜີບກົ່ວຕູ້ສິນຄ້າ ແລະຂັ້ນຕອນການກວດກາສິນຄ້າ, ການແກະກົ່ວຂອງເຈົ້າໜ້າທີ່ໆກ່ຽວຂ້ອງປະຈໍາດ່ານສົ່ງອອກ ທັງນີ້ກໍເພື່ອແນ່ໃສ່ອໍານວຍຄວາມສະດວກ, ຫຼຸດຜ່ອນຂັ້ນຂອດ, ເວລາ,ເອກະສານ ແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ແລະຊໍ້າຊ້ອນກັນນອກຈາກນີ້ກໍ່ຮັບປະກັນຄວາມສອດຄ່ອງກັບຫຼັກການບໍລິຫານຄວາມສ່ຽງຂອງສາກົນ ແລະ ການຈັດຕັ້ງປະຕິບັດທີ່ເປັນເອກະພາບໃນຂອບເຂດທົ່ວປະເທດກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ໃນນາມຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບບັນຫາກວດກາ ແລະໜີບກົ່ວຜະລິດຕະພັນໄມ້ ແລະຜະລິດຕະພັນແຮ່ທາດສົ່ງອອກໄປຕ່າງປະເທດຕາມຄໍາສັ່ງເລກທີ 12/ນຍ”.

  ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 14 ຕຸລາ 2020 ທີ່ກະຊວງອຸດສາຫະກໍາ ແລະການຄ້າ, ໂດຍການເປັນປະທານຂອງທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະສົ່ງອອກ, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງຄື: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຂະແໜງການເງິນ, ກະສິກຳ ແລະປ່າໄມ້, ໂຍທາທິການ ແລະຂົນສົ່ງ, ພະລັງງານ ແລະບໍ່ແຮ່, ອຸດສາຫະກຳ ແລະການຄ້າ, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ,ທຸລະກິດ ແລະພາກສ່ວນກ່ຽວຂ້ອງອື່ນໆກໍ່ໄດ້ເຂົ້າຮ່ວມ.

   ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືກັບບັນດາຂະແໜງການພາກລັດທີ່ກ່ຽວຂ້ອງໃນການຜັນຂະຫຍາຍຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວການຜ່ານແດນ ແລະການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ເພື່ອເປັນເອກະພາບກ່ຽວກັບກົນໄກໃນການຄຸ້ມຄອງກວດກາ ແລະ ຕິດຕາມການສົ່ງອອກຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດໃຫ້ມີຄວາມຮັດກຸມພ້ອມດຽວ ກັນກໍ່ເພື່ອອໍານວຍຄວາມສະດວກ, ຫຼຸດຜ່ອນຂັ້ນຂອດ, ເວລາ, ເອກະສານ ແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ແລະຊໍ້າຊ້ອນກັນ.

   ເນື່ອງຈາກໃນໄລຍະຜ່ານມາໄດ້ມີປາກົດການຫຍໍ້ທໍ້ເຊັ່ນ: ການຊຸກເຊື່ອງ, ການລັກລອບອື່ນໆກ່ຽວກັບໄມ້ຈາກທຳມະຊາດເພື່ອສົ່ງອອກໄປຕ່າງປະເທດທີ່ເຈົ້າໜ້າທີ່ກວດກາຍັງພົບເຫັນຢູ່ບາງດ່ານ, ສະນັ້ນຈຶ່ງມີແຈ້ງການຈາກ ຫສນຍ ສະເໜີໃຫ້ກະຊວງອຸດສາຫະກໍາ ແລະການຄ້າຄົ້ນຄວ້າ ແລະປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງບາງເນື້ອໃນຂອງຄໍາສັ່ງເລກທີ 12/ນຍ ໂດຍສະເພາະບັນຫາທີ່ຕິດພັນກັບການໜີບກົ່ວ ແລະ ແກະກົ່ວຕູ້ສິນຄ້າ ທີ່ບັນຈຸຜະລິດຕະພັນໄມ້ສົ່ງອອກເພື່ອຈຳກັດການລັກລອບ, ການຊຸກເຊື່ອງໄມ້ທ່ອນຂອງທຸລະກິດທີ່ມັກສວຍໃຊ້ຊ່ອງວ່າງເພື່ອຫາຜົນປະໂຫຍດສ່ວນຕົວ.

  ກອງປະຊຸມເຫັນວ່າບັນຫາດັ່ງກ່າວແມ່ນຈະໄດ້ມີການຄົ້ນຄວ້າຢ່າງລະອຽດຕື່ມໃນລະດັບວິຊາການໂດຍມີທິດຊີ້ນຳຈາກຂັ້ນເທິງເປັນຜູ້ຕັດສິນບັນຫາ.