ສວນດອກເຜີ້ງ ເນັ້ນຂອດບໍລີການລູກຄ້າສ້າງລາຍຮັບປີໜຶ່ງ 5 ຕື້ກີບ

ບໍລິສັດ ສວນດອກເຜີ້ງ ເປັນບໍລິສັດໜຶ່ງທີ່ເຮັດທຸລະກິດກ່ຽວກັບການຈັດສວນ,ຈັດສັນສິ່ງແວດລ້ອມໃຫ້ມີຄວາມສວຍງາມຕາມສໍານັກງານ ແລະໂຄງການຕ່າງໆຢູ່ພາຍໃນແຂວງຫຼວງພະບາງ ແລະຕ່າງແຂວງມາຮອດປະຈຸບັນທຸລະກິດດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມທາງບໍລິສັດແມ່ນໄດ້ມີຊື່ສຽງເປັນອັນດັບຕົ້ນໃນການຈັດສັນຕົບແຕ່ງສິ່ງແວດລ້ອມສີຂຽນປະດັບສໍານັກງານ,ໂຄງການຕ່າງໆ ແລະໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວ ແລະບໍລິສັດເປັນຈຳນວນມະຫາສານໃນແຕ່ລະປີລວມສອງທຸລະກິດໄດ້ 5 ຕື້ກີບຕໍ່ປີ.

   ທ່ານ ອິນແຫຼງ ວົງສຸວັນ ຜູ້ອຳນວຍການບໍລິສັດສວນດອກເຜິ້ງນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ທິມຂ່າວເສດຖະກິດ-ສັງຄົມ ພວກເຮົາວ່າງບໍ່ດົນນີ້ວ່າ: ຍ້ອນມີແຮງຈູງໃຈບວກກັບຄວາມຮູ້ ແລະປະສົບການທີ່ຕົນເອງໄດ້ຮຽນມາປະສານກັບຄວາມມັກຮັກດ້ານການຈັດສວນ ແລະ ມັກຮັກດ້ານການພັດທະນາບຸກຄະລາກອນເພື່ອໃຫ້ສັງຄົມມີການພັດທະນາດ້ານການສື່ສານພາສາອັງກິດກັບຊາວຕ່າງປະເທດຈຶ່ງໄດ້ຕັດສິນໃຈສ້າງຕັ້ງສູນພາສາອັງກິດໂດຍໃສ່ຊື່ວ່າ: ສູນພາສາອັງກິດແມ່ຂອງຊຶ່ງຕັ້ງຢູ່ແຄມຂອງ ແລະຕອນນີ້ແມ່ນໄດ້ຍ້ານສະຖານທີ່ຈາກແຄມຂອງໄປຕັ້ງຢູ່ບ້ານນາສ້າງເຫວີຍປ່ຽນຊື່ເປັນສູນພາສາອັງກິດໄບຣເຊັນເຕີ. ມາຮອດປະຈຸບັນຊຶ່ງສາມາສາດຜະລິດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານການສື່ສານພາສາອັງກິດອອກຮັບໃຊ້ສັງຄົມບໍ່ຕໍ່າກວ່າ 3 ພັນກວ່າຄົນແລ້ວ ແລະໃນສົກຮຽນປີ 2020 ນີ້ມີນັກຮຽນທີ່ກໍາລັງຮຽນຢູ່ສູນແຫ່ງນີ້ 300 ກວ່າຄົນ.

     ທ່ານອໍານວຍການກ່າວຕື່ມອີກວ່າທຸລະກິດທີສອງແມ່ນສວນດອກເຜິ້ງໂດຍອີງໃສ່ແນວທາງປ່ຽນແປ່ງໃໝ່ຂອງພັກ-ລັດຖະບານກໍ່ຄືແຜນຍຸດທະສາດຂອງນະຄອນ-ຫຼວງພະບາງໃນ ການພັດທະນາເສດຖະກິດ-ສັງຄົມ ເພື່ອສ້າງນະຄອນ-ຫຼວງພະບາງ ໃຫ້ເປັນນະຄອນສີຂຽວຍືນຍົງ ແລະໜ້າຢູ່ຈຶ່ງໄດ້ມີແນວຄິດລິເລີ່ມເຮັດທຸລະກິດກ່ຽວກັບການປູກພືດພັນ, ຂາຍໄມ້ປະດັບ ແລະຮັບຈັດສວນຊຶ່ງປະຈຸບັນໄດ້ຈັດສວນຕົວແບບໃກ້ກັບສວນລ້ານຊ້າງຂ້າງທາງຢູ່ບ້ານພັນຫຼວງຕິດກັບສະໜາມບິນເພື່ອໄວ້ໃຫ້ລູກຄ້າເບິ່ງເປັນແບບຢ່າງໃນການຈັດສວນຂອງບໍລິສັດ,ທັງເປັນການສ້າງສີສັນສວຍງາມໃຫ້ກັບສະພາບແວດລ້ອມເຂດດັ່ງກ່າວ ແລະຕໍ່ກັບທຸລະກິດການຈັດສວນຂອງທາງບໍລິສັດແມ່ນໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມເປັນຢ່າງດີສາມາດສ້າງລາຍຮັບໃຫ້ແກ່ຄອບຄົວກໍຄືບໍລິສັດເປັນຈຳນວນມະຫາສານໃນແຕ່ລະປີ.

   ມາຮອດປະຈຸບັນທາງບໍລິສັດແມ່ນໄດ້ມີຊື່ສຽງ ແລະໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມຊຶ່ງສະແດງອອກໃນການໄດ້ຮັບຊື້ ແລະຈ້າງໃຫ້ປະດັບ ແລະຈັດສວນໃນຫຼາຍໂຄງການນ້ອຍ-ໃຫ່ຍ ເຊັນ: ໂຄງການທາງລົດໄຟຄວາມໄວສູງ, ໂຄງການເຂື່ອນໄຟຟ້ານໍ້າອູ, ຳນັກງານອົງການລັດ ແລະ ເອກກະຊົນ, ການບໍລິການການຂາຍ ແລະການຂະຫຍາຍພືດພັນໄມ້ຊະນິດຕ່າງໆ ຊຶ່ງໄດ້ໃຊ້ແຮງງານປະຈຳສວນຈຳນວນ 120 ຄົນຕໍ່ ປີ, ການບໍລິການຂາຍ ແລະຮັບປະດັບສະຖານທີໂຄງການຕ່າງໆສາມາດສ້າງຍອດລາຍຮັບທັງໝົດໄດ້ 3 ຕື້ບກີບຕໍ່ປີ, ສູນພາສາອັງກິດໄບຣສາມາດສ້າງຍອດລາຍຮັບໄດ້ 2 ຕື້ກີບຕໍ່ປີ, ລວມຍອດລາຍຮັບຂອງ 2 ທຸລະກິດແມ່ນ 5 ຕື້ກີບຕໍ່ປີ.

   ສໍາລັບແຜນການໃນຕໍ່ໜ້າແມ່ນຍັງຢືນຢັນຂອດບໍລິການທີ່ດີຕໍ່ລູກຄ້າພ້ອມປັບປຸງສວນດອກເຜິ້ງເພື່ອຈັດຊື້, ຈັດຈ້າງ, ຈັດສັນສວນໃຫ້ກັບລູກຄ້າໄດ້ພຽງພໍ ແລະໃຫ້ມີຫຼາຍສີສັນຕາມໃຈມັກຂອງລູກຄ້າສ່ວນສູນພາສາອັ່ງກິດແມ່ນຈະພະ ຍາຍາມສ້າງບຸກຄະລາກອນທີ່ໄດ້ຄຸນນະພາບຫຼາຍຂຶ້ນອອກຮັບໃຊ້ສັງຄົມ ແລະຍັງຈະສຶບຕໍ່ໃຫ້ທຶນການສຶກສາກັບນັກຮຽນທີ່ຕັ້ງໃຈຮຽນ, ຮຽນດີຮຽນເກັ່ງແຕ່ຂາດທຶນຈົນຮຽນຈົບຢູ່ສູນພາສາອັ່ງກິດແຫ່ງນີ້. ພ້ອມນີ້ທ່ານຍັງກ່າວສະແດງຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍສ້າງວຽກເຮັດງານທໍາໃຫ້ກັບສັງຄົມໃນສອງທຸລະກິດຂອງບໍລິສັດນີ້ນັບຫຼາຍຮ້ອຍຄົນ.

---------------

ຂ່າວສີສຸວັນ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ