ມຕ ສົງເມືອງເລົ່າງາມສະຫຼອງວັນຄູ

 ວັນທີ 15 ຕຸລາ ຜ່ານມາທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນ (ມຕ)ສົງເມືອງເລົ່າງາມໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7ຕຸລາ ຄົບຮອບ 26 ປີ ໂດຍເປັນປະທານຂອງພະອາຈານ ສີປະເສີດ ໄຊຍະປັນຍາ ຮອງເຈົ້າຄະນະແຂວງຫົວໜ້າກຳມາທິການສຶກສາສົງແຂວງສາລະວັນ,ເຈົ້າຄະນະເມືອງເລົ່າງາມ,ມີຄະນະປະຈຳ ອພສ ເມືອງ, ຫ້ອງການສຶກສາທິການ ແລະກີລາເມືອງ, ອົງການແນວລາວສ້າງຊາດເມືອງ, ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະທອງທ່ຽວເມືອງ, ຫ້ອງການພາຍໃນເມືອງ, ຫ້ອງວ່າການປົກຄອງເມືອງ ແລະນັກຮຽນ ມຕ ສົງເມືອງເລົ່າງາມເຂົ້າຮ່ວມ.

ພະອາຈານ ແສງເພັດແກ້ວ ຈານຜາຮັກສາການຜູ້ອຳນວຍການໂຮງຮຽນ ມຕ ສົງເມືອງເລົ່າງາມໄດ້ຜ່ານປະຫວັດຄວາມເປັນມາ ແລະຄວາມສຳຄັນຂອງວັນຄູແຫ່ງຊາດທີ 7 ຕຸລາໂດຍແມ່ນນາຍຄູຄຳເປັນຜູ້ລິເລີ່ມສ້າງຂະບວນການຕໍ່ສູ້ກູ້ຊາດພ້ອມທັງກຳນົດເອົາ 7 ຕຸລາ 1994 ເປັນຕົ້ນມາແມ່ນວັນຄູແຫ່ງຊາດ.

ໃນພິທີດັ່ງກ່າວນີ້ໄດ້ມີການມອບຂອງຂວັນ ແລະຊໍ່ດອກໄມ້ໃຫ້ຄະນະປະທານ ແລະພະນັກງານຄູ-ອາຈານເພື່ອເປັນການສະແດງນໍ້າໃຈ ແລະລະນຶກເຖິງຄຸນງາມຄວາມດີຂອງຄູ-ອາຈານ ແລະຜູ້ນຳນອກນັ້ນແລ້ວຍັງມີການມອບໃບຍ້ອງຍໍຂັ້ນຫ້ອງການກຳມາທິການສຶກສົງ ແຂວງສາລະວັນ ໃຫ້ຄູ-ອາຈານ ແລະນັກຮຽນ ມຕ ສົງເມືອງເລົ່າງາມຜູ້ທີ່ສອນດີ-ຮຽນເກັ່ງ ແລະຄຸນສົມບັດດີ.

  ພະອາຈານ ສີປະເສີດ ໄຊຍະປັນຍາ ຮອງເຈົ້າຄະນະແຂວງຫົວໜ້າກັມມາທິການສຶກສາສົງແຂວງສາລະວັນ, ເຈົ້າຄະນະເມືອງເລົ່າງາມໄດ້ໃຫ້ຄຳໂອ້ລົມກ່ອນອື່ນໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຄູ-ອາຈານ ແລະ ນັກຮຽນທີ່ສະແດງຄຸນງາມຄວາມດີ, ຄວາມກະຕັນຍູຕໍ່ຜູ້ມີພະຄຸນກໍຄືຮູ້ຈັກເຄົາລົບຄູ-ອາຈານເຄົາລົບນັບຖືຜູ້ຊົງຄຸນນະວຸດພ້ອມທັງເນັ້ນໜັກໃຫ້ຄູ-ອາຈານ ແລະ ນັກຮຽນຕ້ອງຕັ້ງອົກຕັ້ງໃຈຕໍ່ວຽກງານການສິດສອນ, ແຕ່ງບົດສອນ, ຜະລິດສື່ການສອນກໍ່ຄືປະຕິບັດຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາຕິດພັນກັບ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະກີລາວາງອອກໃຫ້ປະກົດຜົນເປັນຈິງ, ສ່ວນວ່ານັກຮຽນໃຫ້ເອົາໃຈໃສ່, ຕັ້ງໃຈສຶກສາຮໍ່າຮຽນເປັນສິດທີ່ດີຂອງຄູ-ອາຈານ, ເປັນລູກທີ່ດີຂອງພໍ່ແມ່ເປັນຄົນດີຂອງສັງຄົມ ແລະພົນລະເມືອງດີຂອງຊາດ.