ສໍາເລັດແຂ່ງຂັນກີລາບານເຕະນັກຮຽນ

 ໃນລະຫວ່າງວັນທີ 22 ກັນຍາ-14 ຕຸລາ 2020 ສກຂ ຫຼວງພະບາງໄດ້ສໍາເລັດການແຂ່ງຂັນກີລາບານເຕະນັກຮຽນຊາຍຊັ້ນມັດທະຍົມສຶກສາຕອນປາຍເພື່ອຊົມເຊີຍວັນຄູແຫ່ງຊາດຄົບຮອບ 26 ປີ (7/10/1994-7/10/ 2020) ຊີງຂັນທ່ານຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງໂດຍການໃຫ້ກຽດມອບລາງວັນຂອງທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງ, ມີຄະນະກຳມະການຕັດສິນ, ຄະນະນຳ ຄູຝຶກ, ນັກກີລາເຂົ້າຮ່ວມ.

 ການແຂ່ງຂັນກີລາບານເຕະນັກຮຽນຊາຍຊັ້ນມັດທະຍົມສຶກສາຕອນປາຍຄັ້ງນີ້ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຄົບຮອບ 26 ປີແລ້ວຍັງເປັນການສ້າງຂະບວນ ການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫຼວງພະບາງຄັ້ງທີ VIII ອີກຕື່ມ, ການແຂ່ງຂັນດັ່ງກ່າວມີທີມເຂົ້າຮ່ວມທັງໝົດ 11 ໂຮງຮຽນ.

  ຜ່ານການແຂ່ງຂັນນັກກີລາໂຮງຮຽນມັດທະຍົມສົມບູນສັນຕິພາບຍາດໄດ້ອັນດັບທີ 1 ໄປຄອງພ້ອມຮັບຂັນ 1 ໜ່ວຍ ແລະເງິນສົດ 4 ລ້ານກີບ, ສ່ວນຮອງຊະນະເລີດເປັນໂຮງຮຽນ ມສ ເມືອງຂາຍໄດ້ຮັບເງິນສົດ 3 ລ້ານກີບ, ອັນດັບທີ 3 ໂຮງຮຽນ ມສ ປ່ອງຄຳໄດ້ຮັບເງິນສົດ 2 ລ້ານກີບ ແລະອັນດັບທີ 4 ມສ ປະຊາທິປະໄຕຮັບເງິນສົດ 1 ລ້ານກີບ.

---------------

 ໜັງສືພິມເສດຖະກິດ-ສັງຄົມ