ແອັບເປິ້ນຜະລິດໄອໂຟນ 12 ໃນເດືອນກັນຍາ ແລະມີອຸປະກອນ ແອຣແທກອີກດ້ວຍ

  Nikkei Asia Review ໄດ້ລາຍງານຂໍ້ມູນຈາກແຫຼ່ງຂ່າວໃນສາຍການຜະລິດລະບຸວ່າ Apple ໄດ້ເລີ່ມຜະລິດສະມາດໂຟນຊີຣີ iPhone 12 ຢ່າງຈິງຈັງແລ້ວ ແລະແຜນການຜະລິດເພີ່ມຂຶ້ນໃນທ້າຍເດືອນກັນຍາ ຫຼືຕົ້ນເດືອນຕຸລາ 2020 ນີ້.

 ລາຍງານລະບຸວ່າ Apple ໄດ້ສັ່ງຜະລິດ iPhone 12 ທີ່ຮອງຮັບ 5ຈີ ໄດ້ແລ້ວ 80 ລ້ານເຄື່ອງ ໂດຍຄາດຫວັງໃຫ້ຜະລິດໄດ້ທັນໃນທ້າຍປີ 2020 ນີ້ແຕ່ແຫຼ່ງຂ່າວວົງໃນໄດ້ລະບຸວ່າຈະຜະລິດໄດ້ຈິງປະມານ 73-74 ລ້ານເຄື່ອງຊຶ່ງເປັນຜົນມາຈາກການຜະລິດຊັກຊ້າກວ່າກຳນົດການເດີມເນື່ອງຈາກວິກິດໂຄວິດ-19 ສ່ວນເຄື່ອງທີ່ເຫຼືອຈະຜະລິດໃຫ້ສຳເລັດໃນຊ່ວງຕົ້ນປີ 2021 ທັງນີ້ 40% ຂອງ iPhone 12 ທີ່ Apple ທີ່ອາດຜະລິດໄດ້ທັນນັ້ນຄື iPhone 12 Pro Max ໜ້າຈໍ 6,7 ນິ້ວພ້ອມກ້ອງ 3 ຕົວ ແລະຮອງຮັບ 5ຈີ ບໍ່ພຽງແຕ່ທໍ່ນັ້ນແຫຼ່ງຂ່າວຍັງໄດ້ລະບຸວ່າ iPhone 12 ອີກລຸ້ນໜຶ່ງທີ່ Apple ອາດຜະລິດໄດ້ທັນນັ້ນຄື iPhone 12 Pro Max ໜ້າຈໍ 6,7 ນິ້ວພ້ອມກ້ອງ 3 ຕົວ ແລະຮອງຮັບ 5ຈີ ນັ້ນເຮັດໃຫ້ມີຄວາມເປັນໄປໄດ້ວ່າ Apple ອາດເປີດໂຕ iPhone 12 Max ແລະiPhone 12 Pro Max ກ່ອນອີກ 2 ລຸ້ນທີ່ເຫຼືອ.

  ນອກຈາກນີ້ແຫຼ່ງຂ່າວໄດ້ລາຍງານເພີ່ມເຕີມວ່າ Apple ໄດ້ສັ່ງຜະລິດ Air Tags ຢ່າງຈິງຈັງອີກດ້ວຍຊຶ່ງເປັນອຸປະກອນຕິດຕາມຂະໜາດນ້ອຍເພື່ອປ້ອງກັນຂອງສູນຫາຍໂດຍເຊື່ອມຕໍ່ຜ່ານ Blue tooth ແລະໄດ້ເພີ່ມອັດຕາການຜະລິດ iPad ລຸ້ນໃໝ່ປະມານ 27 ລ້ານເຄື່ອງໃນໄລຍະເດືອນກັນຍາ-ທັນວາ 2020 ນີ້ທ້າຍສຸດນີ້ທາງແຫຼ່ງຂ່າວດັ່ງກ່າວໄດ້ລະບຸວ່າ Apple ມີແຜນຈະເປີດໂຕ iPhone SE ເວີຊັນໃໝ່ໃນປີ 2021 ອີກດ້ວຍ.