ເພງສະທ້ອນສັງຄົມ “This is America” ຄວ້າລາງວັນແກຣມມີອາວອດ

  ການປະກາດຜົນລາງວັນ ແກຣມມີອາວອດ (GRAMMY Award) ປະຈຳປີ 2019, ໜຶ່ງ ໃນລາງວັນທີ່ໃຫຍ່ທີ່ສຸດຂອງວົງ ການເພງໄດ້ຈົບໄປເປັນທີ່ຮຽບຮ້ອຍ ແລ້ວ ໂດຍລາງວັນໃຫຍ່ທີ່ສຸດ 2 ລາງວັນຄືເນື້ອຮ້ອງດີເດັ່ນແຫ່ງປີ (Songs of the Year)  ແລະເພງ ດີເດັ່ນແຫ່ງປີ (Record of the Year) ຕົກເປັນຂອງເພງໆດຽວ ນັ້ນກໍຄືເພງທີ່ມີຊື່ວ່າ This is America ຂອງສິລະປິນ Childish Gambino.

  ເພງ This is America  ເປີດໂຕເມື່ອວັນທີ 5 ພຶດສະພາ 2018, ພາຍຫຼັງປ່ອຍອອກມາໄດ້ພຽງ 2 ມື້  ກໍມີຍອດຜູ້ເຂົ້າຊົມຫຼາຍກວ່າ 30 ລ້ານຄັ້ງ  ແລະປະຈຸບັນຜ່ານມາ 9 ເດືອນແລ້ວເພງນີ້ມີຍອດເຂົ້າຊົມ ເກືອບ 500 ລ້ານຄັ້ງ. ເນື້ອຫາ ຂອງເພງສະທ້ອນສັງຄົມ, ຍ້ອນ ຄວາມເຂັ້ມຂຸ້ນຂອງເນື້ອຫາເພງ, ການບັນທຶກສຽງທີ່ດີເລີດ ແລະວີ ດີໂອທີ່ຖືກໃຈຫຼາຍໆຄົນເຮັດໃຫ້  This is America  ສາມາດຄວ້າ ລາງວັນມາຄອງໄດ້ຢ່າງຍິ່ງໃຫຍ່ ແລະກາຍເປັນເພງແຣັບເພງທຳ ອິດໃນປະຫວັດສາດທີ່ໄດ້ລາງວັນ ເພງດີເດັ່ນແຫ່ງປີ.

  ຈາກເລື່ອງດັ່ງກ່າວໄດ້ສະທ້ອນໃຫ້ເຫັນວ່າຢູ່ທີ່ປະເທດອາເມລິກາ ລາງວັນຕ່າງໆຍັງຖືກຕັດສິນກັນຢູ່ທີ່ຄຸນນະພາບ. This is America ມີຄວາມຮຸນແຮງທັງພາບ ແລະ ເນື້ອຫາ, ມີຄຳຍາບໃນເພງ, ແຕ່ ຍ້ອນເນື້ອຫາທີ່ຊົງພະລັງຫຼາຍທີ່ສຸດ ເຮັດໃຫ້ຄະນະກຳມະການແກຣມມີ ມອບລາງວັນເພງແຫ່ງປີໃຫ້ໄປ ຄອບຄອງໃນທີ່ສຸດ.