ແຊດວິກ ໂບສແມນ ພະເອກດັງບໍ່ມີພິໄນກຳ

  ເທເລີ ຊີໂມນ ເລດວອດພັນລະຍາຂອງແຊດວິກ ໂບສແມນພະເອກດັງຈາກເລື່ອງແບລກແພນເທີທີ່ເສຍຊີວິດດ້ວຍພະຍາດມະເຮັງລໍາໄສ້ໃນວັນທີ 28 ສິງຫາທີ່ຜ່ານມາດ້ວຍອາຍຸ 43 ປີ ໄດ້ຍື່ນຄຳຮ້ອງຕໍ່ສານໃນນະຄອນລອລແອງເຈລິສຂອງອາເມລິກາຂໍເປັນຜູ້ຈັດການມໍລະດົກຂອງສາມີພະເອກດັງເນື່ອງຈາກໂບສແມນບໍ່ໄດເຮັດພິໄນກຳໄວ້.

  ຈາກຂໍ້ມູນໃນເອກະສານທີ່ຍື່ນຕໍ່ສານລະບຸມູນຄ່າຊັບສິນຂອງໂບສແມນວ່າມີປະມານ 938.500 ໂດລາສະຫະລັດຢ່າງໃດກໍຕາມເຊື່ອວ່າຊັບສິນສ່ວນໃຫຍ່ຂອງພະເອກຄົນດັງໜ້າຢູ່ໃນກອງຊັບຫຼາຍກອງຂະນະທີ່ຜ່ານມາໂບສແມນຍັງໄດ້ຄ່າຕົວເປັນເງິນຫຼາຍລ້ານໂດລາຈາກບົດນໍາເລື່ອງແບລກແພນເທີ ແລະຮູບເງົາອີກຫຼາຍໆເລື່ອງ.

----

ຮຽບຮຽງໂດຍ: ແກ້ວ