ບໍ່ແກ້ວເລື່ອນຊັ້ນໃຫ້ນາຍ ແລະພົນທະຫານ 100 ສະຫາຍ

  ພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂອງກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020, ທີ່ສະໂມສອນກອງບັນຊາການທະຫານແຂວງໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນມີ ພາມີໄຊຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, 5 ກອງບັນຊາການທະຫານເມືອງ, 2 ກອງພັນ, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກກະລາດ, ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

  ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານຫ້ອງການເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຊຶ່ງປະກອບມີຊັ້ນຮ້ອຍເອກຂຶ້ນພັນຕີ ຈຳນວນ 17 ສະຫາຍ, ຍິງ 3 ສະຫາຍ, ຊັ້ນ ຮ້ອຍໂທຂຶ້ນຮ້ອຍເອກຈຳນວນ 25 ສະຫາຍ, ຍິງ 4 ສະຫາຍ, ຊັ້ນຮ້ອຍຕີຂຶ້ນຮ້ອຍໂທຈຳນວນ 17 ສະຫາຍ, ຍິງ 3 ສະຫາຍ, ວາທີຂຶ້ນຮ້ອຍຕີຈຳນວນ 41 ສະຫາຍ, ຍິງ 7 ສະຫາຍ, ເປັນກຽດຂຶ້ນປະດັບຊັ້ນໃຫ້ນາຍທະຫານຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວພ້ອມຄະນະຢ່າງສົມກຽດ.

   ພິທີສະຫາຍ ພັນເອກ ບຸນມີ ພາມີໄຊ ຍັງໄດ້ໂອລົມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ແມ່ນກຽດສັກສີອັນສູງສົງທີ່ການຈັດຕັ້ງຂັ້ນເທິງໄວ້ເນື້ອເຊື່ອໃຈ, ສະນັ້ນຕ້ອງເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງສູງຂຶ້ນຕື່ມ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ບໍ່ວ່າທາງດ້ານການເມືອງແນວຄິດ, ຄຸນສົມບັດ, ສິນທຳປະຕິວັດ,ຕັ້ງຕໍ່ບໍລິສຸດຕໍ່ພັກຕໍ່ລັດ ແລະຕໍ່ປະຊາຊົນ; ປັບປຸງແບບແຜນການນຳພາ-ບັນຊາ, ແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງແທດເໝາະກັບສະພາບການຕົວຈິງ,ແຂ່ງຂັນທຸກຂົງເຂດວຽກງານເພື່ອຂ່ຳນັບຮັບຕອນບັນດາວັນປະຫວັດຊາດຂອງຊາດຂອງພັກຂອງລັດຢ່າງເປັນຂະ ບວນການຟົດຟື້ນຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງພັກກະຊວງປ້ອງກັນປະເທດວາງອອກໃຫ້ປາກົດຜົນເປັນຈິງ.

----------------

ຂ່າວ: ວໍລະສິດ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ