ມອບອຸປະກອນໄອທີ ເພື່ອຮັບໃຊ້ວຽກງານໂພຊະນາການ

  ເມື່ອວັນທີ 14 ຕຸລາ 2020 ຢູ່ຫ້ອງການກະສິກຳ ແລະປ່າໄມ້ເມືອງນໍ້າບາກ, ແຂວງຫຼວງພະບາງໄດ້ຈັດພິທີມອບ-ຮັບອຸປະກອນໄອທີໃຫ້ຜູ້ຮັບຜິດຊອບວຽກງານປູກຈິດສຳນຶກດ້ານໂພຊະນາການຂັ້ນເມືອງ,ໂດຍການເຂົ້າຮ່ວມຂອງທ່ານ ຄອນສະຫວັນ ວົງໄຊ ຜູ້ປະສານງານໂຄງການຂັ້ນສູນກາງ,ທ່ານ ສອນຈັນ ວັນສະຫວັດຜູ້ປະສານງານຂັນແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງນໍ້າບາກ, ເມືອງວຽງຄຳ ແລະວິຊາການເຂົ້າຮ່ວມ.

   ການມອບອຸປະກອນໄອທີໃນຄັ້ງນີ້ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຜູ້ເຮັດວຽກງານຂັ້ນເມືອງໄດ້ມີອຸປະກອນຮັບໃຊ້ໃນການລົງເກັບກຳຂໍ້ມູນ, ການສົ່ງຂໍ້ມູນຫາແຂວງ, ສູນກາງເພື່ອເຮັດໃຫ້ວຽກງານມີຄວາມສະດວກວ່ອງໄວ, ອຸປະກອນທີ່ນຳມາມອບຄັ້ງນີ້ປະກອບມີຄອມພິວເຕີໂນດບຸກ ຫຍີ່ຫໍ້ ເອເຊີ ຈຳນວນ 8 ໜ່ວຍ, ເຄື່ອງພິມຫຍີ່ຫໍ້ ເອເຊີ ຈຳນວນ 2 ເຄື່ອງ ແລະເຄື່ອງສາຍແອວຊີດີ ຫຍີ່ຫໍ້ເອເຊີຈຳນວນ 2 ຊຸດລວມມູນຄ່າທັງໝົດ 60 ລ້ານກວ່າກີບ, ຊຶ່ງຈະໄດ້ມອບໃຫ້ຫົວໜ້າປະສານງານ, ພະນັກງານການເງິນ, ວິຊາການພາກສະໜາມ ແລະຫ້ອງການປະສານງານຂອງທັງສອງເມືອງ.

 ໃຫ້ກຽດມອບອຸປະກອນດັ່ງກ່າວຂອງທ່ານ ຄອນສະຫວັນ ວົງໄຊຜູ້ປະສານງານໂຄງການຂັ້ນສູນກາງ ແລະຮັບໂດຍທ່ານ ສີພາ ສີລະພູມມາວັນ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງນໍ້າບາກ ແລະທ່ານ ກຸນ ສີໂສພົນ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງວຽງຄຳພ້ອມດວ້ຍຄະນະ.

-----------

ຂ່າວ: ພອນສັກ ສິງດາລັກ