ທ່ານຄວນຮູ້ ກະທຽມປະສົມນໍ້າມັນໝາກກອກ ຊ່ວຍຮັກສາຜົມຫງອກໄດ້

  ກະທຽມ” ນອກຈາກຈະນິຍົມນຳມາໃຊ້ປະ ກອບອາຫານແລ້ວບາງທ່ານອາດຈະບໍ່ຮູ້ວ່າກະທຽມຍັງມີສັບພະຄຸນໃນການກຳຈັດສານພິດ, ເຊື້ອໂລກ ບໍລິເວນຜິວໜັງ ແລະຍັງສາມາດຮັກສາຜົມຫງອກໄດ້ນຳອີກວັນນີ້ພວກເຮົາເລີຍເອົາສູດຮັກສາຜົມຫງອກດ້ວຍກະທຽມມາບອກຕໍ່ຊຶ່ງຈະເຮັດແນວໃດນັ້ນເຮົາ ມາຮູ້ຈັກກັນເລີຍ.

ສ່ວນປະກອບ:

  1. ກະທຽມ 3-4 ຫົວ.
  2. ນ້ຳມັນໝາກກອກ 5-7 ບ່ວງແກງ.

 ວິທີເຮັດ: ນຳກະທຽມມາປອກເປືອກອອກປັ່ນໃຫ້ລະອຽດຈາກນັ້ນນຳໄປປະສົມກັບນ້ຳມັນໝາກກອກ ປະໄວ້ປະມານ 2  ວັນແລ້ວນຳນ້ຳທີ່ໄດ້ມານວດໃຫ້  ທົ່ວເສັ້ນຜົມພ້ອມກັບນຳຜ້າຂົນໜູມາຫໍ່ຫົວໄວ້ປ່ອຍ ໄວ້ 30-45 ນາທີ ຈາກນັ້ນກໍ່ລ້າງອອກດ້ວຍນ້ຳສະອາດແລ້ວສະຜົມດ້ວຍຢາສະຫົວຕາມປົກກະຕິເຮັດ  ອາທິດລະ 2  ຄັ້ງ ຕິດຕໍ່ກັນປະມານ 2 ເດືອນ  ຈະຊ່ວຍ ໃຫ້ຜົມແຂງແຮງຜົມຫງອກກໍ່ຈະກາຍເປັນສີດຳ  ແລະ ຍັງເຮັດໃຫ້ຜົມຫງອກຊ້າລົງອີກດ້ວຍ.

ຮຽບຮຽງໂດຍ: ຟ້າ