ນັກຮຽນດີ-ຮຽນເກັ່ງ 3 ເມືອງເໜືອແຂວງໄຊຍະບູລີ ໄດ້ຮັບທຶນການສຶກສາ

 ວັນທີ 16 ຕຸລາ 2020 ບໍລິສັດໄຟຟ້າຫົງສາຈຳກັດໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກັ່ງ 3 ເມືອງເໜືອຂອງແຂວງໄຊຍະບູລີຄື: ເມືອງຫົງສາ, ເມືອງເງິນ ແລະເມືອງຊຽງຮ່ອນຂຶ້ນຢູ່ທີ່ອາຄານຫົງຄໍາໄຊຍາຄານ, ໂດຍໃຫ້ກຽດມອບທຶນການສຶກສາຂອງ ທ່ານ ຈິລະສັກ ທິບບໍາລຸງ ຮອງຜູ້ອໍານວຍການໃຫຍ່ບໍລິສັດໄຟຟ້າຫົງສາຈໍາກັດຝ່າຍບໍ່ແຮ່ ແລະເຂົ້າຮ່ວມເປັນສັກຂີພິຍານຄັ້ງນີ້, ທ່ານ ແຫຼ້ ອ່ອນສົມບູນຮອງເຈົ້າເມືອງ ເມືອງຫົງສາ, ມີຕາງໜ້າຫ້ອງການສຶກສາທິການ ແລະກີລາເມືອງຫົງສາ,ເມືອງເງິນ ແລະ ເມືອງຊຽງຮ່ອນພ້ອມຄູ-ອາຈານນຳພາ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນທີ່ຜ່ານການຄັດເລືອກ ແລະ ສອບເສັງຕິດໃນລະດັບປະ ລິນຍາຕີເຂົ້າຮ່ວມ.

    ທ່ານ ຈິລະສັກ ທິບບໍາລຸງ ຮອງຜູ້ອໍານວຍການໃຫຍ່ບໍລິສັດໄຟຟ້າຫົງສາຈໍາກັດໄດ້ກ່າວໃຫ້ຮູ້ວ່າ: ບໍລິສັດໄຟຟ້າຫົງສາຈໍາກັດມີນະໂຍບາຍໃນການສົ່ງເສີມດ້ານການສຶກສາເພື່ອພັດທະນາຄຸນນະພາບຊີວິດ ແລະຊຸມຊົນອ້ອມຂ້າງໂດຍໄດ້ເລີ່ມໃຫ້ທຶນການສຶກສາສໍາລັບນັກຮຽນຊັ້ນ ມ7 ໃນເຂດພື້ນທີ່ເມືອງຫົງສາ, ມືອງເງິນ ແລະເມືອງຊຽງຮ່ອນເພື່ອມອບທຶນສຶກສາຕໍ່ໃນລະດັບປະລິນຍາຕີມາຕັ້ງແຕ່ປີ 2014 ຈົນເຖິງປະຈຸ ບັນລວມທັງໝົດ 36 ທຶນ ແລະມີຜູ້ຈົບການສຶກສາແລ້ວຈໍານວນທັງໝົດ 18 ຄົນໂດຍມີມາດຖານ, ເງື່ອນໄຂທີ່ພິຈາລະນາຄຸນສົມບັດຂອງນັກຮຽນທີ່ໄດ້ຮັບທຶນການສຶກສາຈາກຄວາມຮູ້, ຄວາມສາມາດ, ຖານລາຍໄດ້ຂອງຄອບຄົວ ແລະ ຈະຕ້ອງສອບເສັງຕິດໃນລະດັບປະລິນຍາຕີຂອງມະຫາວິທະຍາໄລໃນ ສປປ ລາວ ແລະໃນປີນີ້, ບໍລິສັດໄດ້ມອບທຶນການສຶກສາຈໍານວນ 5 ທຶນລວມມູນຄ່າ 280 ລ້ານກີບ, ໂດຍຈະໄດ້ເຂົ້າຮັບການສຶກສາໃນລະດັບປະລິນຍາຕີທີ່ມະຫາວິທະຍາໄລແຫ່ງຊາດລາວນະຄອນຫຼວງວຽງຈັນ ແລະມະຫາວິທະຍາໄລສຸພານຸວົງນະຄອນຫຼວງພະບາງໃນສາຂາວິສະວະກໍາໄຟຟ້າ 2 ຄົນ, ສາຂາວິສະວະກໍາກົນຈັກ 2 ຄົນ ແລະສາຂາບັນຊີການເງິນ 1 ຄົນ.

  ໃນໂອກາດນີ້,ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາກໍ່ໄດ້ຂຶ້ນກ່າວສະແດງຄວາມຂອບໃຈມາຍັງໂຄງການທີ່ໃຫ້ການປະກອບສ່ວນທຶນຮອນເຂົ້າໃນວຽກງານການສຶກສາຕະຫຼອດມາໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ, ທັງເປັນການປະກອບສ່ວນສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ ແລະນຳເອົາຄວາມຮູ້ກັບມາພັດທະ ນາຊຸມຊົນທ້ອງຖິ່ນຂອງຕົນ, ພາຍຫຼັງສຳເລັດພິທີແລ້ວທຸກທ່ານທີ່ເຂົ້າຮ່ວມທັງໝົດກໍ່ໄດ້ເຂົ້າຢ້ຽມຊົມ ແລະ ຮັບຟັງການບັນລະຍາຍຂໍ້ມູນບັນດາກິດຈະກຳຂອງໂຄງການຕ່າງໆທີ່ໄດ້ຈຳລອງໄວ້ທີ່ຫ້ອງວາງສະແດງຂອງອາຄານຫົງຄໍາໄຊຍາຄານ ແລະຖ່າຍພາບເປັນທີ່ລະນຶກ.

-----------

ຂຽນໂດຍ: ກິດຕິສັກ ບົວໄລ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ