ຊາວໜຸ່ມ ປກສ ເມືອງຫີນບູນ ຈັດການແຂ່ງຂັນກີລາ

  ວັນທີ 15-16 ຕຸລາ 2020 ຮາກຖານຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຫີນບູນ ແຂວງຄຳມ່ວນໄດ້ຈັດກິດຈະກຳແຂ່ງຂັນກີລາເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ,ໂດຍມີທ່ານພັທຄຳນັນທະວົງຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະບໍລິຫານງານຊາວໜຸ່ມເມືອງພ້ອມດ້ວຍທີມນັກກີລາຈາກຂະແໜງການຕ່າງໆພາຍໃນຮາກຖານເຂົ້າຮ່ວມ.

  ຈຸດປະສົງໃນການຈັດການແຂ່ງຂັນກີລາໃນຄັ້ງນີ້ແມ່ນເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານຄົບ ຮອບ 100 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ເພື່ອເປັນການສ້າງຄວາມສາມັກຄີໃນຖັນແຖວໝູ່ຄະນະກໍ່ຄືບັນດາຊາວໜຸ່ມຂອງແຕ່ລະພະແນກການ, ຂະແໜງການໃຫ້ມິຄວາມສະໜິດແໜ້ນດີຂຶ້ນ, ການຈັດແຂ່ງຂັນກີລາດັ່ງກ່າວແມ່ນມີ 2 ປະເພດກີລາຄື: ກີລາບານສົ່ງຊາຍຊຶ່ງມີ 6 ທີມເຂົ້າຮ່ວມແຂ່ງຂັນແລະກີລາເປຕັງຍິງ-ຊາຍມີ 20 ທີມ, ສຳລັບຜົນການແຂ່ງຂັນປະເພດກີລາບານສົ່ງໄດ້ລາງ ວັນຊະນະເລີດແມ່ນທີມຊາວໜຸ່ມພະແນກສຳມະໂນຄົວ 2, ສ່ວນກີລາເປຕັງຍິງໄດ້ຮັບຊະນະເລີດແມ່ນທີມຊາວໜຸ່ມພະແນກສັນຕິບານ ແລະ ທີມກີລາເປຕັງຊາຍແມ່ນທີມຊາວໜຸ່ມພະແນກສຳມະໂນຄົວ.

-----------

ຂຽນໂດຍ: ກອງຄຳ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ