ບໍລິຄຳໄຊ ປະເມີນ 306 ໂຄງການ ກ່ອນສະເໜີພິຈາລະນາເຂົ້າແຜນ 2021

 ກອງປະຊຸມປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະການຈັດລຽງບູລິມະສິດໂຄງການລົງທຶນຂອງລັດກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງໂດຍການເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະ ປະຈຳພັກແຂວງ, ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ມີພະແນກການອ້ອມຂ້າງ, ບັນດາເມືອງພາຍໃນແຂວງ,ພາກສ່ວນກ່ຽວຂ້ອງພ້ອມດ້ວຍພະນັກ ງານວິຊາການພາຍໃນພະແນກເຂົ້າຮ່ວມ.

   ການຈັດຕັ້ງປະຕິບັດການປະເມີນໂຄງການລົງທຶນຂອງລັດກ່ອນສະເໜີຂັ້ນເທິງພິຈາລະນາເອົາເຂົ້າແຜນປະຈຳປີ 2021 ມາ ຮອດປະຈຸບັນມີ 31 ພາກສ່ວນລວມທັງໝົດ 306 ໂຄງການ ມູນຄ່າ 120,91 ຕື້ກີບ ໃນນັ້ນຈາກພະແນກການອ້ອມຂ້າງແຂວງ 175 ໂຄງການ ມູນຄ່າ 120,91 ຕື້ກີບ, ຈາກ 7 ຕົວເມືອງ 131 ໂຄງການ ມູນຄ່າ 98,39 ຕື້ກີບ, ມີໂຄງການກໍ່ສ້າງ 132 ໂຄງການ ມູນຄ່າ 187,48 ຕື້ກີບ, ໂຄງການສົ່ງເສີມວິຊາການ 162 ໂຄງການ ມູນຄ່າ 28,52 ຕື້ກີບ, ໃນນີ້ ໂຄງການສົ່ງເສີມວິຊາການທີ່ຕິດພັນກັບການກໍ່ສ້າງ (ການຄຸ້ມຄອງ, ວ່າຈ້າງທີ່ປຶກສາ) 36 ໂຄງການມູນຄ່າ 9,36 ຕື້ກີບ,ໂຄງການສະໜອງວັດຖຸປະກອນ 12 ໂຄງການ ມູນຄ່າ 4,20 ຕື້ກີບ, ໂຄງການທີ່ຕ້ອງດຳເນີນການປະເມີນຕາມກົດໝາຍກຳນົດ 109 ໂຄງການ ມູນຄ່າ 192,64 ຕື້ກີບ ແລະໂຄງການບໍ່ຈຳເປັນດຳເນີນການປະເມີນແຕ່ຕ້ອງໄດ້ຮັບການຢັ້ງຢືນຈາກເຈົ້າແຂວງ 197 ໂຄງການ ມູນຄ່າ 27,57 ຕື້ກີບ.

 ຜົນການຈັດຕັ້ງປະຕິບັດການປະເມີນໂຄງການລົງທຶນຂອງລັດມາຮອດປະຈຸບັນສຳເລັດແລ້ວ 86 ໂຄງການ ໃນນັ້ນໂຄງການທີ່ປະເມີນໄດ້ A ບໍ່ມີຈັກໂຄງການ, ປະເມີນໄດ້ B ຈຳນວນ 38 ໂຄງການ ມູນຄ່າ 62,24 ຕື້ກີບ,ໄດ້ C ຈຳນວນ 48 ໂຄງການ ມູນຄ່າ 98,64 ຕື້ກີບ, ປະເມີນໄດ້ D ແລະ F ບໍ່ມີຈັກໂຄງການ, ບໍ່ມີບົດສະ ເໜີໂຄງກາານ 23 ໂຄງການ ມູນຄ່າ 31,75 ຕື້ກີບ, ສ່ວນໂຄງການທີ່ຈະນຳສະເໜີພິຈາລະນາເຂົ້າແຜນຕ້ອງມີຜົນປະເມີນ A, B ເທົ່ານັ້ນ. ພ້ອມນີ້ກອງປະຊຸມຍັງຈະໄດ້ປຶກສາຫາລື ແລະນຳສະເໜີໂຄງການຂອງແຕ່ລະພາກສ່ວນເພື່ອຈະໄດ້ພິຈາລະນາປະເມີນເຂົ້າໃນແຜນປະຈຳປີ 2021.