ເມືອງໂຂງ ເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ

   ທ້າຍອາທິດຜ່ານມານີ້ທີ່ສະໂມສອນຫ້ອງວ່າການເມືອງໂຂງ ແຂວງຈຳປາສັກ ກະຊວງການຕ່າງປະເທດຮ່ວມກັບກະຊວງແຜນການ ແລະການລົງທຶນໃນນາມກອງເລ ຂາແຫ່ງຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ແລະວຽກງານກ່ຽວຂ້ອງຂອງກອງເລຂາ ປພຍ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກໃຕ້ລວມມີ: ແຂວງສາລະວັນ,ເຊກອງ, ຈຳປາສັກ ແລະແຂວງອັດຕະປື ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງຈຳປາສັກທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດມີຜູ້ຕ່າງໜ້າຈາກພະແນກ ແລະຂະແໜງການທີ່ກ່ຽວຂ້ອງຈາກເມືອງຕ່າງໆພາຍໃນແຂວງຈຳປາສັກ.

  ກອງປະຊຸມຄັ້ງນີ້ແມ່ນເປັນການເພີ່ມທະວີສ້າງຄວາມຮັບຮູ້ ແລະເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດກ່ຽວກັບຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິ ບັດ ປພຍ ຂອງ ສປປ ລາວ ເພື່ອແນໃສ່ສົ່ງເສີມການປະກອບສ່ວນ ແລະການມີສ່ວນຮ່ວມຂອງທຸກພາກສ່ວນ, ການມີສ່ວນຮ່ວມໃນສັງຄົມໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງໃນຂັ້ນທ້ອງຖິ່ນທີ່ຈະປະຕິບັດວຽກງານຕິດພັນກັບເປົ້າໝາຍຕ່າງໆຂອງ ປພຍ; ໃນກອງປະຊຸມຄັ້ງນີ້ຄະນະຜູ້ແທນຈາກ ບັນດາແຂວງພາກໃຕ້ຍັງໄດ້ຮັບ ຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຊຶ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກເປັນບູລິມະສິດຕົ້ນຕໍສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ແລະ ຄຽງຄູ່ກັນນັ້ນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດເພື່ອການຈັດຕັ້ງປະຕິບັດ ປພຍ ແລະແຜນດຳເນີນງານການສື່ສານ, ໂຄສະນາ ແລະເຜີຍແຜ່ ປພຍ ທົ່ວປະເທດ ແລະທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ການກະກຽມຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025),ຄວາມສຳຄັນຂອງວຽກງານສະຖິຕິເພື່ອສະໜອງຂໍ້ມູນທີ່ຈຳເປັນໃຫ້ແກ່ການວາງນະໂຍບາຍດ້ານການພັດ ທະນາທີ່ສອດຄ່ອງ ແລະແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ. ນອກ ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງແລະແລກປ່ຽນບົດຮຽນຕໍ່ບັນດາ ເນື້ອໃນເອກະສານກ່ຽວຂ້ອງກັບການຈັດຕັ້ງປະຕິບັດຫຼັກການຂອງຖະແຫຼງການວຽງຈັນວ່າດ້ວຍການເປັນຄູ່ຮ່ວມງານເພື່ອການພັດທະນາທີ່ມີປະສິດທິພາບ (2016-2025).

   ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ກ່າວຕື່ມວ່າ: ກອງປະຊຸມສຳມະນາຄັ້ງນີ້ຈະເປັນການປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະເຂົ້າໃຈໃຫ້ແກ່ບັນດາເຈົ້າໜ້າ ທີ່ໆກ່ຽວຂ້ອງ ທີ່ເປັນຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງໃນລະດັບທ້ອງຖິ່ນຢູ່ບັນດາແຂວງພາກໃຕ້ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະປີ 2030 ເພື່ອການພັດທະນາແບບຍືນຍົງຂອງອົງການສະຫາປະຊາຊາດ; ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ,ຮັບປະກັນການປະກອບສ່ວນ ແລະການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າທຸກພາກສ່ວນໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນ ແລະບັນລຸໄດ້ຕາມລະດັບຄາດໝາຍ.