ກຳປູເຈຍສົ່ງອອກໝາກກ້ວຍເຕີບໂຕຢ່າງວ່ອງໄວ

  ກຳປູເຈຍຂຶ້ນເປັນຄູ່ແຂ່ງລາຍໃໝ່ໝາກກ້ວຍໄທໃນຕະຫຼາດ ສປ ຈີນ ໃນ 8 ເດືອນຕົ້ນປີນີ້ມູນຄ່ານໍາເຂົ້າແຊງໜ້າໄທ 10 ເທົ່າຂະນະທີ່ຟິລິບປິນຍັງຄອງອັນດັບ 1.

 ຕາມຂ່າວຕ່າງປະເທດລາຍງານວ່າກະຊວງກະສິກຳປ່າໄມ້ ແລະການປະມົງກຳປູເຈຍເປີດເຜີຍວ່າ, ພາຍຫຼັງໄດ້ຮັບອະນຸມັດເຂົ້າສູ່ຕະຫຼາດຈີນແລ້ວຍອດປະລິມານການສົ່ງອອກໝາກກ້ວຍຂອງກຳປູເຈຍໄດ້ມີທ່ວງທ່າເຕີບໂຕຢ່າງວ່ອງໄວ. ປີ2018, ປະລິມານການສົ່ງອອກໝາກກ້ວຍຂອງກຳປູເຈຍມີພຽງແຕ່ປະມານ 10.000 ໂຕນເທົ່ານັ້ນແຕ່ໃນປີ 2019, ພາຍຫຼັງໝາກກ້ວຍກຳປູເຈຍໄດ້ຮັບອະນຸມັດໃຫ້ເຂົ້າສູ່ຕະຫຼາດຈີນແລ້ວປະລິມານການສົ່ງອອກໝາກກ້ວຍໝົດປີ 2019 ໄດ້ບັນລຸເຖິງ 157.000 ຕນ. ໃນ 9 ເດືອນຂອງ ປີ 2020 ນີ້, ະລິມານການສົ່ງອອກໝາກກ້ວຍກຳປູເຈຍໄດ້ບັນລຸຫຼາຍກວ່າ 210.000 ໂຕນແລ້ວ.

 ນອກນີ້, ກະຊວງກະສິກຳປ່າໄມ້ ແລະການປະມົງກຳປູເຈຍຍັງໄດ້ໃຫ້ຮູ້ວ່າ: ໃນວັນທີ 9 ມິຖຸນາປີນີ້, ກຳປູເຈຍ ແລະຈີນໄດ້ຈັດພິທີແລກປ່ຽນສັນຍາກ່ຽວກັບການກັກກັນພືດພັນໃນໝາກມ່ວງສົດທີ່ກຳປູເຈຍຈະສົ່ງອອກສູ່ຈີນຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າໝາກມ່ວງແມ່ນໝາກໄມ້ສົດຊະນິດທີ 2 ທີ່ກຳປູເຈຍຈະສົ່ງອອກສູ່ຈີນນອກຈາກໝາກກ້ວຍ.