ຈີນສູ້ຊົນຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໃດ້ 10 ລາ້ນ ກວ່າຄົນ

ທ່ານ ຫຼີ່ ເຄີ້ສຽງ ນາຍົກລັດ ຖະມົນຕີຂອງ ສປ ຈີນ ລະບຸວ່າ ຈະພະຍາຍາມເດີນໜ້າບັນເທົາ ຄວາມທຸກຍາກ ແລະນໍາພາປະຊາ ຊົນຫຼຸດພົ້ນອອກຈາກຄວາມທຸກ ຍາກໃນປີ 2019 ໃຫ້ໄດ້ຫຼາຍກວ່າ 10 ລ້ານຄົນ.

ຕາມຂ່າວໜັງສືພິມເສດຖະກິດ ລາຍວັນຂອງຈີນລະບຸວ່າ ຜົນການ ຕິດຕາມສຳຫຼວດຄວາມທຸກຍາກຂອງຊົນນະບົດຈີນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນເມື່ອ ບໍ່ດົນມານີ້ ສະແດງໃຫ້ເຫັນວ່າ, ຕາມການຄິດໄລ່ຕາມມາດຕະຖານ ຄວາມທຸກຍາກຊົນນະບົດຂອງຈີນໃນປະຈຸບັນ, ມາຮອດທ້າຍປີ 2018, ໃນທົ່ວປະເທດຈີນມີປະ ຊາກອນຊົນນະບົດທີ່ທຸກຍາກ 16,6 ລ້ານຄົນ, ທຽບໃສ່ທ້າຍປີ 2017 ຫຼຸດລົງ 13,86 ລ້ານຄົນ, ອັດຕາຄວາມທຸກຍາກຢູ່ໃນລະດັບ 1,7%,  ທຽບໃສ່ໄລຍະດຽວກັນ ຂອງປີ 2017 ຫຼຸດລົງ 1,4%.

ນັບມາຮອດທ້າຍປີ 2018, ປະຊາກອນທຸກຍາກໃນຊົນນະບົດ ຈີນຫຼຸດລົງຈາກ 98,99 ລ້ານຄົນ ເມື່ອທ້າຍປີ 2012 ຍັງເຫຼືອ 16,6 ລ້ານຄົນ, ຊຶ່ງໄດ້ຫຼຸດລົງເຖິງ 82,39 ລ້ານຄົນ, ອັດຕາຄວາມທຸກ ຍາກຈາກ 10,2% ເມື່ອປີ 2012 ຫຼຸດລົງເຫຼືອ 1,7%, ຫຼຸດລົງເຖິງ 8,5%.