ສິງກະໂປ ກຽມຫຼຸດໂກຕາແຮງງານຕາ່ງປະເທດ

  ສິງກະໂປກຽມຫຼຸດໂກຕາ ແຮງງານຕ່າງປະເທດໃນທຸລະກິດບໍລິການເລີ່ມຕັ້ງແຕ່ປີ 2020 ເພື່ອ ຫຼຸດການເພິ່ງພາແຮງງານຕ່າງປະ ເທດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ເຮັງ ສະວີຄຽດ ລັດ ຖະມົນຕີວ່າການກະຊວງການເງິນ ສິງກະໂປກ່າວຕໍ່ລັດຖະສະພາ ໃນ ວັນທີ 18 ກຸມພາຜ່ານມາວ່າ ງົບ ປະມານລາຍຈ່າຍປະຈຳປີ 2019 ຂອງສິງກະໂປຈະຍັງໃຫ້ຄວາມສຳຄັນໃນການກະຕຸ້ນເສດຖະກິດ ໂດຍຈະເປັນງົບປະມານຂາດດຸນ 7,1 ຕື້ໂດລາສິງກະໂປ (5,24 ຕື້ ໂດລາສະຫະລັດ) ຂະນະທີ່ລາຍຈ່າຍ ຂອງກະຊວງຕ່າງໆຈະຈຸລະດັບ 80,3 ຕື້ໂດລາ ໂດຍເພີ່ມຂຶ້ນ 1,6% ເມື່ອທຽບກັບງົບປະມານຂອງປີ 2018, ໂດຍລັດຖະບານຄາດຄະ ເນຕົວເລກຂາດດຸນງົບປະມານ 0,7% ຂອງຕົວເລກຜະລິດຕະພັນ ພາຍໃນ (ຈີດີພີ) ງົບປະມານຈະສິ້ນ ສຸດລົງເດືອນມີນາປີ 2020 ທຽບ ກັບການເກີນດຸນ 0,4% ໃນງົບ ປະມານປະຈຸບັນ, ນອກຈາກນີ້ ງົບ ປະມານຂອງສິງກະໂປຍັງລະບຸ ເຖິງການຫຼຸດການເພິ່ງພາແຮງ ງານຕ່າງປະເທດໃນທຸລະກິດອາ ຫານ ແລະຄ້າຍ່ອຍ ໂດຍຈະມີການ ຫຼຸດໂກຕາແຮງງານຕ່າງປະເທດໃນທຸລະກິດບໍລິການເລີ່ມຕັ້ງແຕ່ປີ 2020.

 ທັງນີ້ ລັດຖະບານສິງກະໂປຈະໃຊ້ງົບປະມານດັ່ງກ່າວໃນການກະຕຸ້ນເສດຖະກິດທີ່ໄດ້ຮັບຜົນກະທົບຈາກຄວາມຕ້ອງການໂລກທີ່ອ່ອນແອ ລວມທັງເພີ່ມຄ່າໃຊ້ຈ່າຍດ້ານ ການປິ່ນປົວສຸຂະພາບປະຊາກອນຜູ້ສູງອາຍຸ ແລະການຫຼຸດຜ່ອນພາສີ.