ຄາດຄະເນວ່າປະຊາກອນອິນເດຍເຄິ່ງໜຶ່ງອາດຕິດເຊື້ອພະຍາດໂຄວິດ-19 ພາຍໃນເດືອນກຸມພາ ປີ 2021 ທີ່ຈະມາເຖິງນີ້.

   ຕາມຂ່າວຕ່າງປະເທດລາຍງານວ່າຄະນະກຳມາທິການຂອງລັດຖະບານກາງຂອງອິນເດຍຄາດວ່າ: ປະຊາກອນອິນເດຍຢ່າງໜ້ອຍ ຄິ່ງໜຶ່ງຂອງຈຳນວນປະຊາກອນ ທັງໝົດ 1,3 ຕື້ຄົນ ຈະຕິດເຊື້ອພະຍາດໂຄວິດ-19 ພາຍໃນເດືອນກຸມພາ ປີໜ້າ. ຂະນະນີ້ປະຊາກອນອິນເດຍປະມານ30% ຕິດເຊື້ອ ໂຄວິດ-19 ແລ້ວ ແລະ ຈະເພີ່ມຂຶ້ນເປັນ 50% ຕາມເວລາຄາດການໄວ້ເນື່ອງຈາກສະຖານະການແຜ່ລະບາດ ພວມຮຸນແຮງຂຶ້ນຢ່າງຕໍ່ເນື່ອງພາຍຫຼັງປະຊາກອນອິນເດຍຕິດເຊື້ອ 7,55 ລ້ານຄົນ ເປັນອັນດັບ 2 ຂອງໂລກຮອງຈາກອາເມລິກາ. ສຳລັບຜູ້ຕິດເຊື້ອລາຍວັນ 61.390 ຄົນ.

   ແຕ່ການຄາດໝາຍອາດບໍ່ເປັນໄປຕາມກຳນົດຖ້າຫາກມີການເຝົ້າລະວັງຍອດຜູ້ຕິດເຊື້ອອາດຈະເພີ່ມຂຶ້ນ 2,6ລ້ານຄົນ ໃນເວລາພຽງເດືອນດຽວຖ້າຫາກປະຊາກອນບໍ່ສົນໃຈມາດຕະການປ້ອງກັນເປັນຕົ້ນການເວັ້ນໄລຍະຫ່າງ ແລະການໃສ່ຜ້າອັດປາກອະນາໄມໃຫ້ຖືກຕ້ອງ.