ໂຮງຮຽນ ມສ ກິນນອນຊົນເຜົ່າ ເປີດການຮຽນ-ການສອນ

  ພິທີເປີດໂຮງຮຽນ ມສ ກິນນອນຊົນຜົ່າມິດຕະພາບອະນຸວົງ ແຂວງໄຊສົມບູນພ້ອມທັງໄຂສົກຮຽນໃໝ່ສົກຮຽນ 2020-2021 ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ ທີ່ໂຮງຮຽນ ມສ ກິນນອນຊົນເຜົ່າມິດຕະພາບອະນຸວົງໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ຄຳພູທອນ ວົງພະຈັນເຈົ້າເມືອງອະນຸວົງ, ມີອາຈານເຄນໄມ ສີສົມຫວັງອຳນວຍການໂຮງຮຽນ ມສ ກິນນອນຊົນເຜົ່າມິດຕະພາບອະນຸວົງ, ມີພະແນກການທີ່ກ່ຽວຂ້ອງພ້ອມດ້ວຍຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ໂອກາດນີ້ອາຈານ ເຄນໄມ ສີສົມຫວັງອຳນວຍການໂຮງຮຽນ ມສ ກິນນອນຊົນເຜົ່າມິດຕະພາບອະນຸວົງໄດ້ຜ່ານບົດລາຍງານສະພາບການກະກຽມຄວາມພ້ອມໃຫ້ແກ່ການເປີດໂຮງຮຽນ ແລະໄຂສົກຮຽນໃໝ່ເປີດໂຮງຮຽນໃໝ່ສົກຮຽນ 2020-2021 ໂຮງຮຽນດັ່ງກ່າວເປັນໂຮງ ຮຽນທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫຽວດນາມຊຶ່ງເລີ່ມລົງມືກໍ່ສ້າງມາແຕ່ປີ 1016 ໂດຍແມ່ນບໍລິສັດຈິດຈະເລີນກໍ່ສ້າງຈຳກັດເປັນຜູ້ຮັບເໝົາກໍ່ສ້າງ ແລະໄດ້ສຳເລັດການກໍ່ສ້າງໃນປີ 2018 ລວມມູນຄ່າໃນການກໍ່ສ້າງທັງໝົດ 88 ຕື້ກວ່າດົງ, ປະກອບມີ:     ອາຄານຫ້ອງການສອງຊັ້ນ 1 ຫຼັງ, ອາຄານຫ້ອງຮຽນ 2 ຊັ້ນ 1 ຫຼັງ, ຫໍພັກນັກຮຽນ 2 ຊັ້ນ 1 ຫຼັງນອກນັ້ນຍັງມີຫໍສະມຸດ, ຫ້ອງອາຫານ, ສະໂມສອນ ແລະຍັງມີໂຄງລ່າງພື້ນຖານ-ວັດຖຸເຕັກນິກຄົບຊຸດ, ມີຄູສອນທັງໝົດ 11 ຄົນ, ຍິງ 3 ຄົນ, ມີນັກຮຽນທັງໝົດ 154 ຄົນ, ຍິງ 51 ຄົນໃນນີ້ມີນັກຮຽນນອກແຜນທີ່ກິນນອກນອນນອກ, ໂດຍບໍ່ໄດ້ຮັບເບ້ຍລ້ຽງ ແລະນະໂຍບາຍໃດໆຈຳນວນ 14 ຄົນ ແລະເປີດການຮຽນ-ການສອນຢູ່ໃນຊັ້ນມ1-ມ4, ສຳລັບເງື່ອນໄຂການຮັບເອົານັກຮຽນເຂົ້າຮຽນແມ່ນເອົາລູກຫຼານຂອງພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ດ້ອຍໂອກາດທາງການສຶກສາຄອບຄົວທີ່ທຸກຍາກຂາດເຂີນ, ເປັນກຳພ້າ, ກຳພອຍ, ຂາດທີ່ເພິ່ງພາອາໄສຢູ່ພາຍໃນແຂວງໄຊສົມບູນ.

  ຈາກນັ້ນທ່ານ ແດງ ປະທຸມທອງຮອງເຈົ້າແຂວງໄຊສົມບູນໄດ້ມີຄຳເຫັນໂອ້ລົມ ແລະກ່າວເປີດໂຮງຮຽນຢ່າງເປັນທາງການທ່ານໄດ້ຮຽກຮ້ອງມາຍັງບັນດາຜູ້ບໍລິຫານໂຮງຮຽນ, ຄູ-ອາຈານຈົ່ງເພື່ອທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນເປັນຕົ້ນແມ່ນການຄຸ້ມ ຄອງນັກຮຽນ, ຊີວິດການເປັນຢູ່ຂອງນັກຮຽນ ແລະການຮຽນ-ການສອນຢ່າງເຂັ້ມງວດພ້ອມທັງເອົາໃຈໃສ່ຄຸ້ມຄອງ ແລະສ້າງສາພັດທະນາໂຮງຮຽນແຫ່ງນີ້ໃຫ້ເປັນໂຮງຮຽນຕົວແບບຂອງແຂວງ ແລະສືບຕໍ່ຮຽນເອົາຄວາມຮູ້ໃໝ່ໆເພື່ອຖ່າຍທອດໃຫ້ແກ່ນັກຮຽນໃຫ້ມປະສິດທິພາບ ແລະປະສິດທິຜົນສູງຂຶ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ