ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນມັດທະຍົມທີ່ແຂວງວຽງຈັນ

  ຍີ່ປຸ່ນໄດ້ມອບໂຮງຮຽນມັດທະຍົມຕອນຕົ້ນທີ່ແຂວງວຽງຈັນໂດຍການຊ່ວຍເຫຼືອລ້າຂອງຍີ່ປຸ່ນພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ (GGP), ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນມີ ອິນທະວັນ ຮອງເຈົ້າເມືອງໂພນໂຮງ, ທ່ານ ຮິໂລເຊະ ຮີຊາຢະ, ເລຂາໂທປະຈໍາສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໂຄງການດັ່ງກ່າວແມ່ນການຂະຫຍາຍ ແລະກໍ່ສ້າງອາຄານຮຽນທີ່ໂຮງຮຽນມັດທະຍົມຕອນຕົ້ນແສນສະອາດເມືອງໂພນໂຮງຊຶ່ງມີມູນຄ່າປະມານ 92.752 ໂດລາ, ເມື່ອກ່ອນອາຄານຮຽນຫຼັງເກົ່າແມ່ນມີຄວາມຊຸດໂຊມ ແລະຈໍານວນນັກຮຽນຕໍ່ 1 ຫ້ອງຮຽນກໍ່ມີຄວາມໜາ ແໜ້ນ, ສະນັ້ນໂຄງການດັ່ງກ່າວນີ້ແມ່ນແນໃສ່ໃນການປັບປຸງສະພາບແວດລ້ອມການສຶກສາດັ່ງກ່າວໂດຍການກໍ່ສ້າງອາຄານຮຽນໃໝ່ພ້ອມອຸປະກອນການສຶກສາຄົບຊຸດ.

  ໃນພິທີມອບ-ຮັບທ່ານ ຮິໂລະເຊະ ໄດ້ກ່າວໄວ້ວ່າ “ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດມາເຂົ້າຮ່ວມເປັນສັກຂີພະຍານໃນມື້ສໍາເລັດໂຄງການໃນວາລະຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດຍີ່ປຸ່ນ-ລາວ, ຍີ່ປຸ່ນຢາກຈະສືບຕໍ່ສະໜັບສະໜຸນຄວາມພະຍາຍາມຂອງລັດຖະບານລາວໃນການປັບປຸງຂະແໜງການສຶກສາຢູ່ຂົງເຂດຫ່າງໄກ”.

----

ໜັງສືພິມ ເສດຖະກິດ-ສັງຄົມ