ສ ເກົາຫຼີ ສົ່ງອອກອາຫານເພີ່ມຂື້ນ 59%

  ສ ເກົາຫຼີ ສົ່ງອອກອາຫານ ແລະຜະລິດຕະພັນທາງກະສິກຳ ເພີ່ມຂຶ້ນ 5,9% ເມື່ອປຽບທຽບ ໃສ່ປີກ່ອນ ເນື່ອງຈາກຄວາມຕ້ອງ ການຈາກ ສປ ຈີນ ແລະຍີ່ປຸ່ນເພີ່ມ ສູງຂຶ້ນ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ກະຊວງກະສິກຳອາຫານ ແລະກິດຈະການຊົນນະບົດຂອງ ສ ເກົາຫຼີ ເປີດເຜີຍວ່າ: ນັບແຕ່ ເດືອນມັງກອນປີ 2019 ນີ້ ສ ເກົາຫຼີ ສົ່ງອອກອາຫານ ແລະຜະ ລິດຕະພັນທາງກະສິກໍາເພີ່ມຂຶ້ນ 5,9% ເມື່ອທຽບກັບປີກາຍ ເນື່ອງ ຈາກຄວາມຕ້ອງການຈາກຈີນ ແລະຍີ່ປຸ່ນເພີ່ມສູງຂຶ້ນ. ຊຶ່ງການສົ່ງ ອອກຜະລິດຕະພັນອາຫານລວມ ທັງກິມຈິ, ໂສມ ແລະສະຕຣໍເບີຣີ ມີມູນຄ່າເຖິງ 576 ລ້ານໂດລາສະ ຫະລັດ ຖືວ່າສູງສຸດນັບຕັ້ງແຕ່ເມື່ອ ປີ 1999 ທີ່ເລີ່ມມີການບັນທຶກສະ ຖິຕິ. ສ່ວນການສົ່ງອອກຜະລິດຕະ ພັນອາຫານໄປຍັງຍີ່ປຸ່ນເພີ່ມຂຶ້ນ 14,7% ເປັນມູນຄ່າ 125,9 ລ້ານ ໂດລາ ເນື່ອງຈາກມີຄວາມຕ້ອງ ການກິມຈິເພີ່ມຂຶ້ນ. ຂະນະທີ່ການ ສົ່ງອອກໄປຈີນເພີ່ມຂຶ້ນ 16% ມູນ ຄ່າ 79,7 ລ້ານໂດລາ ເນື່ອງຈາກ ຄວາມຕ້ອງການໂສມເພີ່ມຂຶ້ນ.

  ຢ່າງໃດກໍຕາມ ຍອດການສົ່ງ ອອກອາຫານ ແລະສິນຄ້າກະສິ ກຳຂອງ ສ ເກົາຫຼີ ມີມູນຄ່າ 3,55 ຕື້ໂດລາ ໃນໄລຍະເດືອນມັງກອນ-ມິຖຸນາປີ 2018 ເພີ່ມຂຶ້ນ 7,9% ຈາກໄລຍະເວລາດຽວກັນຂອງປີ ກ່ອນ.