6 ວິທີ ແກ້ໄຂບັນຫາໃນການເຮັດວຽກຢ່າງບໍ່ມີຄວາມສຸກ

  ໃນປະຈຸບັນເຊື່ອວ່າມີຄົນຈໍານວນບໍ່ໜ້ອຍທີ່ກຳລັງພົບພໍ້ກັບບັນຫາການເບື່ອ ຫຼື ບໍ່ມີຄວາມສຸກຢູ່ທີ່ບ່ອນເຮັດວຽກຫຼາຍໆຄົນທີ່ຕົກຢູ່ໃນສະພາວະນີ້ຈົນຕ້ອງລາອອກຈາກບ່ອນເຮັດວຽກແຕ່ສໍາລັບບາງຄົນຖ້າເຈົ້າມີແຜນທີ່ຈະລາອອກ ຫຼື ມີວຽກບ່ອນໃໝ່ລໍຖ້າຢູ່ກໍແລ້ວໄປແຕ່ຖ້າເຈົ້າຕ້ອງການລາອອກມາແລ້ວຕ້ອງເລີ່ມຊອກວຽກໃໝ່ເສັ້ນທາງຂອງເຈົ້າຍັງບໍ່ເຫັນແສງສະຫວ່າງບ່ອນໃດເລີຍຖ້າເປັນແບບນີ້ຢາກແນະນໍາໃຫ້ເຮັດວຽກບ່ອນເກົ່າຕໍ່ໄປເພາະວ່າຢ່າງໜ້ອຍເຈົ້າຈະມີບັນຫາດຽວຄືເລື່ອງວຽກແຕ່ເຈົ້າຈະບໍ່ມີບັນຫາເລື່ອງເງິນມື້ໃດທີ່ເຈົ້າລາອອກມາບັນ ຫາເລື່ອງເງິນອາດຈະເກີດຂຶ້ນແນ່ນອນມື້ນີ້ໃນຄໍລໍາສາລະໜ້າຮູ້ມີວິທີແກ້ໄຂບັນຫາການເບື່ອ ແລະບໍ່ມີຄວາມສຸກໃນການເຮັດວຽກມາແນະນໍາ.

  1. ໃຫ້ເຫັນຄຸນຄ່າຂອງວຽກທີ່ເຮັດ.
  2. ເບິ່ງຄົນທີ່ດ້ອຍກວ່າ.
  3. ຫາສາເຫດໃຫ້ໄດ້ວ່າເຈົ້າເບື່ອວຽກຍ້ອນຫຍັງ.
  4. ຈັດຫ້ອງຈັດໂຕະເຮັດວຽກໃຫ້ເປັນລະບຽບ.
  5. ເຮັດຕົວເອງໃຫ້ມີຄວາມສຸກ.
  6. ຢຸດເອົາຄໍາເວົ້າຂອງຄົນອື່ນມາໃສ່ໃຈ.

 ----

ຮຽບຮຽງໂດຍ: ຟ້າ