ຟ່ານປິງປິງ ປ່ອຍຮູບພາບໂຄສະນາຮູບເງົາເລື່ອງໃໝ່

  ແມ່ກໍຄືແມ່ເມື່ອນາງເອກຊຸບຕາ ສປ ຈີນຕົວແມ່ຊື່ດັງລະດັບໂລກຟ່ານປິງປິງທີ່ຫາຍໜ້າຫາຍຕາໄປດົນເຕີບຫຼັງຈາກຜ່ານເຫດການຫຼົບ ໜີພາສີໃນປີ 2018 ມາໄດ້ໂດຍບໍ່ມີງານສະແດງອອກມາໃຫ້ໄດ້ຊົມກັນເລີຍມີພຽງແຕ່ງານຖ່າຍແບບອີເວັ້ນເທົ່ານັ້ນແຕ່ຫຼ້າສຸດຟ່ານປິງປິງກໍກັບມາສະແດງຮູບເງົາອີກຄັ້ງ.

  ໂດຍມີການປ່ອຍຮູບພາບໂຄສະນາພ້ອມທັງໂຄສະນາຮູບເງົາເລື່ອງ 355 ຮູບເງົາຮອນລີວູດແນວສາຍລັບເລື່ອງໃໝ່ອອກມາໃຫ້ໄດ້ຊົມກັນແລ້ວຟ່ານປິງປິງຍັງໄດ້ຮ່ວມສະແດງກັບນັກສະແດງສະດັບໂລກຫຼາຍຄົນ, ໂດຍຫຼ້າສຸດມີ ການຢືນຢັນວັນເຂົ້າສາຍຮູບເງົາຢ່າງເປັນທາງການວ່າຮູບເງົາເລື່ອງ 355 ຈະເຂົ້າສາຍໃນອາເມລິກາໃນວັນທີ 15 ມັງກອນປີ 2021 ກຽມລໍຖ້າຮັບຊົມໄດ້ເລີຍ.

----

ຮຽບຮຽງໂດຍ: ແກ້ວ