ງານແລ່ນການກຸສົນລະດົມທຶນຊ່ວຍເຫຼືອເດັກນ້ອຍລາວ

  ງານແລ່ນການກຸສົນ 385 ກິໂລແມັດຈາກນະຄອນຫຼວງວຽງຈັນຫານະຄອນຫຼວງພະບາງເພື່ອລະດົມທຶນເຂົ້າກອງທຶນໂຮງໝໍເພື່ອນລາວ ແຂວງຫຼວງພະບາງໄດ້ໃຊ້ເວລາ 5 ວັນ ໂດຍເລີ່ມຕົ້ນນະຄອນຫຼວງວຽງຈັນນັບແຕ່ວັນ 16 ຕຸລາ 2020 ເປັນຕົ້ນມາ ແລະມາຮອດຫຼວງພະບາງຢ່າງເປັນທາງການໃນຕອນແລງຂອງວັນທີ 20 ຕຸລາ ຜ່ານມານີ້ໂດຍມີທ່ານ ຟຣອງເຊ່ອໍານວຍການໂຮງໝໍເພື່ອນລາວພ້ອມດ້ວຍຄະ ນະ ແລະພະນັກງານໂຮງໝໍເພື່ອນລາວຕະຫຼອດຮອດມວນຊາວຫຼວງພະບາງໃຫ້ກຽດຕ້ອນຮັບທີມແລ່ນມາຮອດຫຼວງພະບາງຢ່າງອົບອຸ່ນ.

  ສໍາລັບການແລ່ນຂອງທີມວີລັນ (Team we run) ແມ່ນໄດ້ຈັດຂຶ້ນທຸກໆປີຈຸດປະສົງກໍເພື່ອເປັນການລະດົມທຶນເຂົ້າກອງທຶນໂຮງໝໍເພື່ອນລາວແຂວງຫຼວງພະບາງເພື່ອນຳໃຊ້ເຂົ້າຊື້ວັດຖຸທີ່ຈຳເປັນ ແລະນຳໃຊ້ເຂົ້າໃນການປິ່ນປົວເດັກນ້ອຍອາຍຸຕໍ່າກວ່າ 15 ປີ ລົງມາໂດຍບໍ່ເສຍຄ່າໃຊ້ຈ່າຍ, ງານແລ່ນຄັ້ງນີ້ເປັນປີທີ 6 ຊຶ່ງເລີ່ມແລ່ນແຕ່ວັນທີ 16 ຫາ 20 ຕຸລາ 2020 ນີ້ທ່າມກາງທີ່ຫຼາຍປະເທດທົ່ວໂລກພວມປະ ເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ງານແລ່ນເພື່ອການກຸສົນນີ້ກໍຍັງສືບຕໍ່ແລ່ນເປັນປົກກະຕິ, ສໍາລັບປີນີ້ມີນັກແລ່ນຫຼັກ 5 ທ່ານຄື: ທ່ານ ຄາໂລ ບາຄາລານັກແລ່ນຊາວຟິລິບປິນ, ທ່ານ ດາລາສົມ ສຸດທິພົງ ແລະທ່ານ ນິນາມ  ພັນປະເສີດ, ທ່ານ ນາງ ສິລິພອນ ວາດນິດສະເວດຈາກປະເທດລາວ ແລະທ່ານ ເຮນຣີ ແມ໋ງເກີຣາ ສັນຊາດອາເມລິກາເຂົ້າຮ່ວມ, ສ່ວນເງິນທີ່ມີຜູ້ບໍລິຈາກຮ່ວມການກຸສົນແລ່ນຄັ້ງນີ້ມາຮອດຕອນແລງຂອງວັນທີ 20 ຕຸລາ 2020 ນີ້ໄດ້ທັງໝົດ 107 ລ້ານກ່ວາກີບ.

  ສໍາລັບຜູ້ໃຫ້ການສະໜັບສະໜູນຫຼັກງານແລ່ນຄັ້ງນີ້ໂດຍແມ່ນບໍລິສັດໂຕໂຍຕ້າລາວ, ຮ້ານອາຫານອິນທິລາກຣຸບ ແລະປະຊາຊົນລາວບັນ ດາເຜົ່າທີ່ໃຫ້ການສະໜັບສະໜູນ ແລະສົ່ງກໍາລັງໃຈໃຫ້ນັກແລ່ນທຸກຄົນເພື່ອສົມທຶນກຸສົນຊ່ວຍເຫຼືອໂຮງໝໍເພື່ອນລາວຫຼວງພະບາງຈົນສາ ມາດຜ່ານໄປດ້ວຍດີ, ສຳລັບທ່ານໃດທີ່ມີຈຸດປະສົງຢາກບໍລິຈາກສົມທົບທຶນຊ່ວຍເຫຼືອໂຮງໝໍເພື່ອນລາວຍັງສາມາດບໍລິຈາກຜ່ານທະນາ ຄານການຄ້າຕ່າງປະເທດລາວມະຫາຊົນໄດ້ຊືບັນຊີ: ອີເວນຟໍກູດ ( Events For Good ) ເລກບັນຊີ: ຕະກຸນເງິນກີບ 010-110-001-140-755-001, ຕະກຸນເງິນໂດລາສະຫະລັດ 010-110-101-140-755-001 ເນື້ອໃນ:  ບໍລິຈາກ ທີມວີຣັນ ( Team  We Run ) 385 ກິໂລແມັດ.

----

ໂດຍ: ສີສຸວັນ