ຝຶກອົບຮົມ ວິທີສອນ ແລະຄູ່ມືຄະນິດສາດແບບໃໝ່

  ໃນລະຫວ່າງວັນທີ 20-21 ຕຸລາ 2020 ພະແນກສຶກສາທິການ ແລະກີລາແຂວງອັດຕະປືຮ່ວມກັບຫ້ອງການສຶກສາທິການ ແລະກີລາເມືອງສາມັກຄີໄຊໄດ້ຈັດຊຸດຝຶກອົບຮົມວິທີການສອນປຶ້ມແບບຮຽນ ແລະຄູ່ມືວິຊາຄະນິດສາດແບບໃໝ່ໃຫ້ກັບພະນັກງານຄູຜູ້ປະຈຳການທີ່ສອນຊັ້ນປະຖົມສຶກສາປີທີ 3 ໃນທົ່ວເມືອງສາມັກຄີໄຊພາຍໃຕ້ການເປັນປະທານຂອງທ່ານ ສົມໄຕ ຫີນເພັດສະດາວົງຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ທ່ານ ນາງ ມະນີລອນ ຫຼວງອາໄພຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງສາມັກຄີໄຊ, ທ່ານ ພອນໄຊ ວົງບຸບຜາຫົວໜ້າຂະແໜງພັດທະນາຄູພະແນກສຶກສາແຂວງ, ມີບັນດາຄູຝຶກ ແລະສຳມະນາກອນເຂົ້າຮ່ວມ.

  ທ່ານ ພອນໄຊ ວົງບຸບຜາໃຫ້ຮູ້ວ່າ: ການຈັດຝຶກອົບຮົມຄັ້ງນີ້ແມ່ນປະຕິບັດຕາມແຜນປະຕິຮູບລະບົບການສຶກສາໄລຍະໃໝ່ທີ່ກະຊວງສຶກ ສາທິການ ແລະກີລາໄດ້ວາງອອກໂດຍເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ເປັນການປັບປຸງແບບແຜນວິທີການສິດສອນຂອງຄູ ແລະການຮຽນຂອງນັກຮຽນໃຫ້ມີປະສິດທິພາບແນໃສ່ເຮັດໃຫ້ການສຶກສາໃນຊັ້ນປະຖົມມີຄຸນນະພາບສູງຂຶ້ນກວ່າເກົ່າຕາມ 3 ລັກສະນະ ແລະ5 ຫຼັກມູນການສຶກສາຂອງລາວ, ສຳມະນາກອນທີ່ເຂົ້າຮ່ວມຈະໄດ້ຮຽນກ່ຽວກັບຫຼັກສູດຄະນິດສາດ, ວິທີສອນສຳລັບປຶ້ມແບບຮຽນ ແລະຄູ່ມື ແລະບັນດາເນື້ອໃນ, ກິດຈະກຳ, ຈຸດປະສົງ, ລະດັບຄາດໝາຍຂອງບົດຮຽນແຕ່ລະບົດຈາກຄູຝຶກຢ່າງລະອຽດ, ນອກຈາກນັ້ນສຳມະນາກອນຍັງຈະໄດ້ສອນສາທິດ-ຖອດຖອນບົດຮຽນ ແລະປະເມີນຕີລາຄາຜົນໄດ້ຮັບຈາກການຝຶກອົບຮົມດັ່ງກ່າວ, ຊຶ່ງການຝຶກອົບຮົມດັ່ງກ່າວໄດ້ນຳໃຊ້ຄູຝຶກ 2 ທ່ານໃນນັ້ນຈາກວິທະຍາໄລຄູປາກເຊ ແຂວງຈຳປາສັກ 1 ທ່ານ ແລະຄູຝຶກຈາກພະແນກສຶກສາທິການ ແລະກີລາແຂວງອັດຕະປື 1 ທ່ານ, ມີສຳມະນາກອນທີ່ເປັນຄູສອນຊັ້ນ ປ3 ຈາກໂຮງຮຽນແຫ່ງຕ່າງໆໃນທົ່ວແຂວງຈໍານວນ 51 ຄົນ, ຍິງ 26 ຄົນ ເຂົ້າຮ່ວມ.

----

ໜັງສືພິມ ເສດຖະກິດ-ສັງຄົມ