ແອັບເປິ້ນວອຊເກືອບທຸກລຸ້ນບໍ່ມີຫົວສາກ ຍົກເວັ້ນລຸ້ນແພງເຮີເມສ ແລະເອດິຊັນ

  ໃນຄືນຜ່ານມາຫຼັງຈາກ Apple ໄດ້ມີການເປີດໂຕ Apple Watch Series 6 ພ້ອມດ້ວຍ Apple Watch SE ລຸ້ນປະຢັດມີການປະກາດວ່າເພື່ອເປັນການຮັກ ສາສິ່ງແວດລ້ອມຕາມນະໂຍບາຍຈະມີການຖອດອະແດປເຕີອອກຈາກ Apple Watch ທຸກລຸ້ນ.

  ຕໍ່ໄປນີ້ Apple Watch ຫຼາຍໆລຸ້ນທີ່ມີວາງຈຳໜ່າຍຢູ່ທັງ Apple Watch Series 6, Apple Watch SE, Apple Watch Series 3 ແລະApple Nike ຈະບໍ່ມີອະແດປເຕີມາໃຫ້ດ້ວຍ Apple ແນະນຳຜູ້ທີ່ຈະຊື້ສິນຄ້າໃຫ້ໃຊ້ອະແດປເຕີທີ່ມີຢູ່ແລ້ວ ຫຼື ຊື້ແຍກຕ່າງຫາກກ່ອນການຊຳລະເງິນ.

ນີ້ກໍອາດຈະເປັນອີກໜຶ່ງຫຼັກຖານທີ່ Apple ຈະຕັດອະແດປເຕີອອກຈາກກ່ອງ iPhone ທີ່ມີຂ່າວລືອອກມາກ່ອນໜ້ານີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ