ປາກຊັນ ປະຊຸມຜູ້ບໍລິຫານການສຶກສາ

  ໃນວັນທີ 20 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນຫ້ອງການສຶກສາທິການ ແລະກີລາເມືອງໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາທົ່ວເມືອງປາກຊັນ ແຂວງບໍລິຄຳໄຊປະຈຳສົກຮຽນ 2019-2020 ແລະທິດທາງແຜນການປະຈໍາສົກຮຽນ 2020–2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳແວ່ນ ປັນຍານຸວົງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງປາກຊັນ, ເປັນກຽດເຂົ້າ ຮ່ວມຂອງທ່ານ ໄມຈອມ ວັນນະສານຄຳເຈົ້າເມືອງປາກຊັນ, ມີຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະຜູ້ບໍລິຫານການສຶກສາທັງພາກລັດ ແລະເອກະຊົນທົ່ວເມືອງປາກຊັນພ້ອມດ້ວຍແຂກຖືກເຊີເຂົ້າຮ່ວມ.

  ກອງປະຊຸມໄດ້ຮັບຟັງລາຍ ງານຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈຳສົກຮຽນ 2019-2020 ແລະແຜນການປະຈໍາສົກຮຽນ 2020 -2021 ໃນທົ່ວເມືອງປາກຊັນຊຶ່ງມີໂຮງຮຽນທັງໝົດ 101ແຫ່ງ, ເອກະຊົນ 25 ແຫ່ງໃນນີ້ໂຮງຮຽນລ້ຽງເດັກ 30 ແຫ່ງ, ຊັ້ນປະຖົມສຶກສາ 58 ແຫ່ງ ແລະຊັ້ນມັດທະຍົມສຶກສາ 13 ແຫ່ງ, ມີ 464 ຫ້ອງຮຽນ, ມີນັກຮຽນທັງໝົດ 10.707 ຄົນ ຍິງ 5.253 ຄົນ, ຄູ-ອາຈານທັງໝົດ 771 ຄົນ, ຍິງ 548ຄົນ, ຄູ-ອາຈານໂຮງຮຽນເອກະຊົນທັງໝົດ 145 ຄົນ, ຍິງ 129 ຄົນ, ຜ່ານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາສົກຮຽນ 2019-2020 ເຫັນໄດ້ວ່າຜົນສໍາເລັດຈາກການຈັດຕັ້ງປະຕິບັດ 26 ຄາດໝາຍທີ່ກໍານົດໄວ້ ໃນແຜນປີຜ່ານມາເມື່ອທຽບໃສ່ຄາດໝາຍຂອງເມືອງແມ່ນມີ 22 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ ແລະບໍ່ສາມາດບັນລຸ 4 ຄາດ  ໝາຍຂອງວຽກງານພັດທະນາການສຶກສາ ແລະກີລາເຖິງວ່າໄດ້ພະຍາຍາມປັບປຸງການສຶກສາຢ່າງທົ່ວເຖິງ ແລະລົງທຶນເຂົ້້າໃສ່ປັບປຸງໂຄງລ່າງພື້ນຖານລວມທັງການປັບປຸງຄຸນນະພາບການຮຽນ-ການສອນ ແລະລະບົບການຄຸ້ມຄອງການສຶກສາແຕ່ສູນກາງລົງຮອດທ້ອງຖິ່ນກໍ່ຕາມແຕ່ວ່າຍັງມີຕົວຊີ້ບອກ ແລະຄາດໝາຍທີ່ກຳນົດໄວ້ໃນແຜນບໍ່ສາມາດບັນລຸໄດ້ 4 ຄາດໝາຍຄື: (ອັດຕາປະລະແລະອັດຕາລອດເຫຼືອ) ຊັ້ນປະຖົມ ແລະຊັ້ນ ມ ຕົ້ນອັນເນື່ອງມາຈາກສາເຫດບັນຫາ ແລະສິ່ງທ້າທາຍເຊັ່ນ: ຖານະຄອບຄົວບໍ່ໝັ້ນຄົງ, ຄອບຄົວຂາດເຂີນ, ການດຳລົງຊີວິດກະແຈກກະຈາຍ, ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງເດັກໄດ້, ການເຄື່ອນຍ້າຍຂອງຄົວຄົວໄປຕາມລະດູການຜະລິດ (ບໍ່ມີອາຊີບຄົງທີ່) ແລະຄວາມເຂົ້າໃຈຂອງສັງຄົມຕໍ່ກັບພັນທະຂອງພົນລະເມືອງກ່ຽວກັບການສຶກສາໂດຍສະເພາະວຽກງານການສຶກສາຂັ້ນພື້ນຖານຍັງຈຳກັດ, ນອກນັ້ນ, ບໍ່ວ່າທາງພາກລັດ ແລະພາກເອກະຊົນ ແລະຊຸມຊົນຍັງບໍ່ເຂົ້າໃຈ ແລະບໍ່ຮູ້ຄວາມໝາຍ, ຄວາມສຳຄັນຂອງການສຶກສາພາກບັງຄັບ.

  ເຖິງຢ່າງໃດກໍ່ຕາມຈາກບັນຫາ ແລະສິ່ງທ້າທາຍນັ້ນການຈັດຕັ້ງທຸກຂັ້ນມີຄວາມເປັນຫ່ວງເປັນໄຍຕໍ່ວຽກງານການສຶກສາໄດ້ເອົາໃຈໃສ່ປະສານສົບທົບລະຫວ່າງໂຮງຮຽນ ແລະຄະນະພັດທະນາຂັ້ນບ້ານທີ່ຍັງບໍ່ທັນເຂັ້ມແຂງໜັກແໜ້ນ.

  ສຳລັບທິດທາງແຜນການຕໍ່ໜ້າໃນສົກຮຽນ 2020-2021 ຄະນະຜູ້ບໍລິຫານການສຶກສາ ແລະກີລາທົ່ວເມືອງປາກຊັນຈະສຸມໃສ່ພັດທະນາການສຶກສາກ່ອນໄວຮຽນ, ຊັ້ນປະຖົມ ແລະຊັ້ນມັດທະຍົມສຶກສາໃຫ້ບັນລຸຕາມຄາດໝາຍແຜນ 5 ປີ ແຕ່ປີ 2020-2025, ປັບປຸງຄຸນນະ ພາບການຮຽນ-ການສອນໃນຊັ້ນປະຖົມໃຫ້ນັກຮຽນທີ່ຈົບຊັ້ນ, ແຕ່ລະຄົນສາມາດອ່ານອອກ, ຂຽນເປັນ ແລະສາມາດຄິດໄລ່ເລກ 4 ປະການໄດ້, ພ້ອມທັງປັບປຸງອົງການຈັດຕັ້ງ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ, ການຄຸ້ມຄອງແຕ່ຂັ້ນເມືອງຫາຂັ້ນທ້ອງຖິ່ນບ້ານ ແລະໂຮງຮຽນເພື່ອແນໃສ່ປະຕິບັດຍຸດທະສາດການພັດທະນາ, ການສຶກສາຕາມແຜນ 5 ປີ ຄັ້ງທີ 9 ຂອງວຽກງານສຶກສາໃຫ້ສຳເລັດຕາມ ຄາດໝາຍທີ່ວາງໄວ້.

----

ໜັງສືພິມ ເສດຖະກິດ-ສັງຄົມ