ອຸຸທຸມພອນ ແຕ່ງຕັ້ງຫົວໜ້າຫ້ອງການສຶກສາເມືອງ

  ເມື່ອບໍ່ດົນມານີ້ເມືອງອຸທຸມພອນໄດ້ປະກາດແຕ່ງຕັ້ງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຄົນໃໝ່, ໂດຍການເຂົ້າຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ, ທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງສະ ຫວັນນະເຂດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີທ່ານ ວັນປະເສີດ ແກ້ວມະນີໄຊຫົວໜ້າຂະແໜງຈັດຕັ້ງພະແນກສຶກສາທິ ການ-ກີລາແຂວງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາວ່າດ້ວຍການຕົກລົງໃຫ້ພະນັກງານພັກຜ່ອນເຂົ້າຮັບບໍານານປະຈໍາປີ 2020 ແລະຂໍ້ຕົກລົງຂອງທ່ານ ຫົວ ໜ້າພະແນກສຶກສາທິການ ແລະກີລາແຂວງວ່າດ້ວຍການຕົກລົງຍົກຍ້າຍພະນັກງານໂດຍຍົກຍ້າຍ ທ່ານ ວິນິດໃສ ທອງເຕີມຈາກພະແນກສຶກສາທິການ ແລະກີລາແຂວງໄປປະຈໍາການຢູ່ຫ້ອງການສຶກສາທິການ ແລະກີລາເມືອງອຸທຸມພອນ ແລະໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງອຸທຸມພອນວ່າດ້ວຍການແຕ່ງຕັ້ງວ່າການຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ໂດຍໄດ້ແຕ່ງຕັ້ງທ່ານ ວິນິດໃສ ທອງເຕີມ ເປັນວ່າການຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຄົນໃໝ່ ແລະຂໍ້ຕົກລົງຂອງທ່ານເຈົ້າເມືອງອຸທຸມພອນວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງເພີ່ມຕື່ມ, ໂດຍໄດ້ແຕ່ງຕັ້ງທ່ານ ສອນວິໄລ ອຸພະມີໄຊ ເປັນຮອງຫົວໜ້າຫ້ອງການສຶກ ສາທິການ ແລະກີລາເມືອງຄົນໃໝ່

  ຈາກນັ້ນທ່ານ ຄໍາຈັນ ລຽນວົງສາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຄົນເກົ່າເປັນກຽດກ່າວອໍາລາໜ້າທີ່, ພ້ອມທັງມອບສິດ ແລະໜ້າທີ່ວຽກງານໃຫ້ກັບຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຄົນໃໝ່ສືບຕໍ່ຊີ້ນໍານໍາພາວຽກງານການສຶກສາໃຫ້ກ້າວຂຶ້ນໄປເລື້ອຍໆ, ພ້ອມທັງມອບຂອງຂວັນໃຫ້ພະນັກງານບໍານານ ແລະຂອງຂວັນໃຫ້ກັບຄະນະຫ້ອງການສຶກສາທິການ ແລະກີລາເມືອງຊຸດໃໝ່ຕື່ມອີກ.

  ໂອກາດເຂົ້າຮ່ວມທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງເນັ້ນໃຫ້ຫົວໜ້າຜູ້ໃໝ່ກໍ່ຄືຄະນະຫ້ອງ ການຕ້ອງແບ່ງຄວາມຮັບຜິດຊອບໃນໝູ່ຄະນະໃຫ້ມັນລະອຽດຄັກແນ່, ສິ່ງສໍາຄັນແມ່ນຄວາມສາມັກຄີພາຍໃນຕ້ອງໃຫ້ແໜ້ນແຟ້ນ, ວຽກ ງານການສຶກສາຊິເຂັ້ມແຂງໄດ້ມັນກໍ່ຕ້ອງແມ່ນຫົວໜ້າເປັນຜູ້ເຂັ້ມແຂງກ້າຕັດສິນໃຈ,ກ້າສະແດງອອກ.

----

ໜັງສືພິມ ເສດຖະກິດ-ສັງຄົມ