ສະໜາມໄຊ ປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງ

 ໃນລະຫວ່າງວັນທີ 20-21 ຕຸລາ 2020 ຫ້ອງການສຶກສາທິການ ແລະກີລາເມືອງສະໜາມໄຊ ແຂວງອັດຕະປືໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາທົ່ວເມືອງໂດຍການເຂົ້າຮ່ວມຂອງທ່ານ ນາງ ປາດຖະໜາ ເທບສົມບັດຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງ, ທ່ານ ທອງໄຊ ບຸດທອງດີຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີບັນດາຫົວໜ້າ ແລະຮອງຫົວໜ້າຫ້ອງການແຕ່ລະຫ້ອງການອ້ອມຂ້າງເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ການຈັດກອງປະຊຸມຄັ້ງນີ້ເພື່ອສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາສົກຮຽນ 2019-2020 ຜ່ານມາ ແລະວາງແຜນວຽກສຶບຕໍ່ຈັດຕັ້ງປະຕິບັດໃນສົກຮຽນ 2020-2021 ໃຫ້ມີປະສິດທິພາບ ແລະໄດ້ຮັບປະສິດທິຜົນສູງ.

 ໃນສົກຮຽນ 2019-2020 ຜ່ານມານີ້, ຫ້ອງການສຶກສາທິການ ແລະກີລາເມືອງ (ສກມ) ສະໜາມໄຊ ແຂວງອັດຕະປືຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາຂອງເມືອງ ໂດຍສະເພາະແມ່ນ 14 ຄາດໝາຍຫຼັກຂອງຂະແໜງສຶກສາ ແລະກີລາທີ່ກຳນົດໄວ້ໃນແຜນປີ 2019-2020, ມີ 1 ຄາດໝາຍ ທີ່ສາມາດບັນລຸໄດ້ຕາມແຜນ, 4 ຄາດ ໝາຍໃກ້ຈະບັນລຸຕາມແຜນ ແລະຍັງອີກ 9 ຄາດໝາຍທີ່ບໍ່ບັນລຸ, ຍ້ອນມີບັນຫາສິ່ງທ້າທາຍຫຼາຍຢ່າງ.

----

ໜັງສືພິມ ເສດຖະກິດ-ສັງຄົມ